ກອງປະຊຸມຄັ້ງທີ12ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ11ສືບຕໍ່ເຮັດວຽກ

ກອງປະຊຸມຄັ້ງທີ12ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ11ສືບຕໍ່ເຮັດວຽກ - ảnh 1
ທ່ານ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ໂຕ​ຮຸຍ​ເຣື໋ອ
(ພາບປະກອບ)


(vovworld) – ​​ວາລະ​​ປະຊຸມໃນ​ເຊົ້າ​ວັນ​ທີ 08/10, ຢູ່​ຫໍ​ປະຊຸມ, ທ່ານ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ໂຕ​ຮຸຍ​ເຣື໋ອ ​ໄດ້​​​​ອ່ານ​​ໃບ​ສະ​ເໜີ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ສະພາບ​ການ, ໝາກຜົນ​ການ​​ແນະນຳ​ບຸກຄະລາ​ກອນ​ຄະນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ​ແລະ ບົດ​ລາຍງານ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ວຽກ​ງານ ກະກຽ​ມບຸກຄະລາ​ກອນ​ກົມ​ການ​ເມືອງ, ຄະນະ​ເລຂາສູນ​ກາງ ​ແລະ ບັນດາ​ຕຳ​ແໜ່​ງຫຼັກ​​ແຫຼ່ງຈາກ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ​ 6 ຮອດ​ກ່ອນ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 12 ​ແລະ ສະ​ເໜີ​ບາງ​ບັນຫາ​ໃນ​ການ​ກະກຽ​ມບຸກຄະລາ​ກອນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ​ 14 ຊຸດ​ທີ​ 11. ​ໃນ​ຕອນ​ບ່າຍ, ສູນ​ກາງ​ໄດ້​​ເຮັດ​ວຽກ​ຢູ່​ຕາມໜ່ວຍ, ສືບ​ຕໍ່​ປຶກສາ​ຫລື​ກ່ຽວ​ກັບ​ວຽກ​ງານ​ບຸກຄະລາ​ກອນ​ຄະນະ​ບໍລິການງານ​ສູນ​ກາງ​ພັກຊຸດ​ທີ 12.

ຂ່າວ/ບົດ​ອື່ນ