ກອງປະຊຸມຈັກຂຸວິທະຍາທົ່ວປະເທດປີ2016

ກອງປະຊຸມຈັກຂຸວິທະຍາທົ່ວປະເທດປີ2016 - ảnh 1

(vovworld) –  ຕອນ​ເຊົ້າ​ວັນ​ທີ 20/10, ຢູ່​ນະ​ຄອນ ເກີນ​ເທີ, ສະ​ມາ​ຄົມ​​ຈັກ​ຂຸ​ວິ​ທະ​ຍາ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ໂຮງ​ໝໍ​ຕາ​ສູນ​ກາງ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຈັກ​ຂຸ​ວິ​ທະ​ຍາ​ທົ່ວ​ປະ​ເທດ​ປີ 2016. ມີຜູ້​ແທນ ຫວຽດ​ນາມ ແລະ ສາ​ກົນ​​ເຂົ້າ​ຮ່ວມກອງ​ປະ​ຊຸມກ່​ວາ 1.400 ຄົນ. ກອງ​ປະ​ຊຸມ​ຈັກ​ຂຸ​ວິ​ທະ​ຍາ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ປະ​ຈ​ຳ​ປີດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ສາດ​ສະ​ດາ​ຈານ, ທ່ານ​ໝໍ, ​ພະ​ຍາ​ຍາມນັກ​ເຕັກ​ນິກ​ສະ​ເພາະ​ຂະ​ແໜງຈັກ​ຂຸ​ວິ​ທະ​ຍາ… ໃນ​ທົ່ວປະ​ເທດ ກໍ່​ຄື​ໃນໂລກ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ຈັກ​ຂຸ​ວິ​ທະ​ຍາ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ມີ​ກາ​ລະ​ໂອ​ກາດ​ໄດ້​ພົບ​ປະ ແລະ ແລກ​ປ່ຽນ​ບົດ​ຮຽ​ນ, ອັບ​ເດັດ​ບັນ​ດາ​ຄວາມ​ຮູ້​ໃໝ່, ຮ່ຳ​ຮຽນ​ຍົກ​ສູງ​ລະ​ດັບ​ໃນ​ຂົງ​ເຂດ​ຈັກ​ຂຸ​ວິ​ທະ​ຍາ. ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ, ປອ, ທ່ານ​ໝໍ ຫງວຽນ​ຊວນ​ຮ​ຽບ, ຜູ້​ອຳ​ນວຍ​ການ​ໃຫຍ່​ໂຮງ​ໝໍ​ຕາ​ສູນ​ກາງ, ເນັ້ນ​ໜັກ​ວ່າ:

        “ຈຸດ​ໝາຍ​ລວມ​ແມ່ນ​ຫລຸດ​ອັດ​ຕາ​ຄົນ​ຕາ​ບອດ​ລົງ​ອາດສາ​ມາດ​ປ້ອງ​ກັນ, ​ແລະ ຫຼີກ​ລ້ຽງ​ໄດ້​ໃນ​ເກນອາ​ຍຸ 50 ປີ​ຂຶ້ນ​ໄປ​ແຕ່ 1,8% ລົງ​ເຫຼືອ​ພຽງ 1,6% ໃນ​ປີ​ 2020. ພວກ​ເຮົາ​​ຄວນ​ນຳ​ເອົາ​ການ​ບໍ​ລິ​ການ​​ປ້ອງ​ກັນຕາ​ຮອບ​ດ້ານ​​ໃນລະ​ບົບ​ສາ​ທາ​ລະ​ນະ​ສຸກ​ປະ​ຈຸ​ບັນ​ໃນ​ທົ່ວ​ປະ​ເທດ.”


ຂ່າວ/ບົດ​ອື່ນ