ກອງປະຊຸມຊີນຳປີສາມັກຄີມິດຕະພາບ ຫວຽດນາມ - ລາວ

ກອງປະຊຸມຊີນຳປີສາມັກຄີມິດຕະພາບ ຫວຽດນາມ - ລາວ - ảnh 1
ກອງປະຊຸມຊີນຳປີສາມັກຄີມິດຕະພາບ ຫວຽດນາມ - ລາວ
 ( http://baodientu.chinhphu.vn )

( vovworld.vn )         ປີ 2012, ຫວຽດນາມ ​ແລະ ລາວ ຈະ​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ໃຫຍ່​ເນື່ອງ​ໃນ​ໂອກາດ​ສະ​ເໜີ​ມສະ​ເໜອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ດ້ານ​ການ​ທູດ ​ແລະ 35 ປີ ​ແຫ່ງ​ວັນ​ເຊັ່ນ​ສົນ​ທິສັນຍາ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ການ​ນຳ ຫວຽດນາມ ​ແລະ ລາວ ​ໄດ້​ເຫັນ​ດີ​ຖື​ປີ 2012 ​ແມ່ນ​ “ ປີ​ສາມັກຄີ​ມິດ​ຕະພາບ ຫວຽດນາມ - ລາວ ”. ​ໃນ​ກອງ​ປະຊຸມ​​ເມື່ອຕອນ​ເຊົ້າ​ວັນ​ທີ 6 ກຸມພາຢູ່ ຮ່າ​ໂນ້ຍ. ຄະນະ​ຊີ້​ນຳ​ແຫ່ງ​ຊາດ “ ປີ​ສາມັກ​ຄີມິດຕະພາບ ຫວຽ​ດນາມ - ລາວ ” ​ໃຫ້​ຮູ້​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ສະ​ເໜີ​ມສະຫຼອງ​ຈະ​​ດຳ​ເນີນ​ໃນ​ທົ່ວ​ປະ​ເທດ, ສະ​ແດງ​​ໃຫ້​ເຫັນສາຍ​ພົວພັນ​ອັນເລິກ​ເຊິ່ງທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​​ແບບ​ພິ​ເສດ​ ​ແລະ ການຮ່ວມມື​ຢ່າງຮອບດ້ານລະຫວ່າງ ຫວຽ​ດນາມ - ລາວ. ການ​ເຄື່​ອນ​ໄຫວ​ຈະ​ຖືກ​ດຳ​ເນີນ​ໄປ​ແຕ່​ຕົ້ນ​ເດືອນ​ກໍ​ລະ​ກົດ​ຮອດ​ທ້າ​ຍ​ເດືອນກັນຍາ​ປີ 2012 ​ເຊິ່ງລວມມີ, ການ​ຢ້ຽມຢາມ​ຂັ້ນ​ສູງ​ລະຫວ່າງ 2 ປະ​ເທດ, ງານ​ໂຮ​ມຊຸມນູມ​ມິດ​ຕິງ​ທີ່ຈັດ​ຂື້ນຢ່າງ​ຊົມ​ກຽດ​ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ ​ແລະ ນະຄອນຫຼວງ ວຽງ​ຈັນ​ໃນ​ວັນ​ທີ 18 ກໍລະກົດ, ມອບ​ຫຼຽນ​ໄຊ, ຫຼຽນກາ​ໃຫ້​ແກ່​ບັນດາ​ການ​ນຳ, ພະນັກງານ​ຂອງ 2 ປະ​ເທດ, ບັນ​ດາ​ການ​ເຄື່​ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖີ່​ນຕ່າງໆ, ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ, ສິນລະປະ ​ແລະ ກິລາ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ເສດຖະກິດ, ການ​ຄ້າ… ສະຫຼຸບ​ກອງ​ປະຊຸມ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ, ປະທານ​ຄະນະ​ຊີ້​ນຳ​ໄດ້​ຢືນຢັນ​ວ່າ “ ປີ​ສາມັກຄີ ຫວຽດນາມ - ລາວ ” ຕ້ອງ​​ເປັນ​ຂີດ​ໝາຍ ​ແລະ ສ້າງ​ບາດ​ກ້າວ​ຫັນປ່ຽນ​ກ່ຽວກັບ​ສະຕິ​ຄວາມ​ຮັບ​ຮູ້​ຢູ່​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ ​ແລະ ໝູ່​ມະຫາຊົນ​​ຂອງ 2 ປະ​ເທດ​ກ່ຽວ​ກັບ​ສາຍ​ພົບ​ພັນ​ແບບ​ພິ​ເສດ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ - ລາວ.
ຂ່າວ/ບົດ​ອື່ນ