ກອງປະຊຸມຍົກສູງຄວາມ ສາມາດນຳພາ ແລະ ການຕໍ່ສູ້ຂອງພັກ

ກອງປະຊຸມຍົກສູງຄວາມ ສາມາດນຳພາ ແລະ ການຕໍ່ສູ້ຂອງພັກ - ảnh 1
ທ່ານ Tran Hong Ha, ຮອງ​ເລຂາຄະນະ​ພັກ​ກຸ່ມ​ບັນດາ​ອົງການ​ສຳນັກງານ​ຂັ້ນສູນ​ກາງ
( ພາບ: vietnamplus.vn )


( vovworld ) – ​ ​​ຕອນ​ເຊົ້າ​ວັນ​ທີ 6/4, ຄະນະ​ພັກກຸ່ມ​ບັນດາ​ອົງການ​ສຳນັກງານ​ຂັ້ນສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດດ້ວຍ​ຫົວ​ຂໍ້​ວ່າ “ ສືບ​ຕໍ່​ຍົກ​ສູງ​ຄວາມ​ສາມາດຊີ້ນຳນຳພາ, ການ​ຕໍ່ສູ້​​ຂອງບັນດາ​ອົງການພັກຂັ້ນ​ຮາກ​ຖານ ​ແລະ ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ​ໃນ​ຄະ​ນະ​ພັກ​ກຸ່ມ​ບັນດາ​ອົງການ ສຳນັກງານ​ຂັ້ນ​ສູນ​ກາງຕໍ​ໜ້າ​ສະພາບ​ການ​ໃໝ່ ”. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ດ້ານ​ດີ ​ແລະ ດ້ານ​ອ່ອນ​ພ້ອມ​ກັນ​ນັ້ນກໍ​ນຳ​ສະ​ເໜີ​ບັນດາ​ມາດ​ຕະການ​ແຫ້​ໄຂ​ເພື່ອ​ຍົກ​ສູງ​ຄວາມ​ສາມາດຊີ້ນຳນຳພາ, ການຕໍ່​ສູ້​​ຂອງອົງ ການພັກ​ຂັ້ນ​ຮາກ​ຖານ​ ແລະ ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ​ໃນ​ຄະ​ນະ​ພັກ​ກຸ່ມ​ບັນດາ​ອົງການສຳນັກງານ​ຂັ້ນ​ສູນ​ກາງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Tran Hong Ha, ຮອງ​ເລຂາຄະນະ​ພັກ​ກຸ່ມ​ບັນດາ​ອົງການ​ສຳນັກງານ​ຂັ້ນສູນ​ກາງ ​ໄດ້​ຊີ້​ແຈ້ງ​​ເຖິງບັນດາ​ສາຍ​ເຫດ​ພາ​ໄປ​ເຖິງ​ຂໍ້​ຈຳກັດ​ກ່ຽວ​ກັບ​ຮູບ​ແບບການຈັດ​ຕັ້ງ​ຂອງ​ພັກ. ທ່ານ​ກ່າວ​ວ່າ

“ ຕາມ​ຂໍ້​ກຳນົດ​ຂອງ​ຄະນະ​ເລຂາ​ສູນ​ກາງ​ພັກ ກ່ຽວ​ກັບ​ບົດບາດ​ໜ້າ​ທີ​ຂອງ​ບັນດາ​ອົງການພັກ​ໃນ​ບັນດາ​ສຳນັກງານ, ​ຂະ​ແໜງການ​ຂັ້ນສູນ​ກາງ, ຄະນະ​ພັກບໍ່​ຊີ້​ນຳ​ໂດຍ​ກົງດ້ານວິຊາ​ຊີບ ​ແລະ ວຽກ​ງານ​ພະນັກງານ​ ອັນ​ໄດ້ພາໄປ​ເຖິງ​ບົດບາດ​ຂອງ​ຄະນະ​ພັກ​ ຍັງ​ບໍ່​ທັນ​ຮັບຖື​ເປັນ​ສຳຄັນ​ ແລະ ໜ້າ​ທີ່​ວຽກງານ​ກໍ່ສ້າງ​ພັກ​ໃນ​ບັນດາ​ອົງການ​ສຳນັກງານບໍ່​ທັນ​ບັນລຸ​ຕາມ​ລະດັບ. ມີບາງຄະນະ​ພັກ, ພະນັກງານ​ສະມາຊິກ​ພັກ​ໃນ​ອົງຄະ​ນະພັກກຸ່ມບໍ່​ທັນ​ຖື​ວຽກງານ​ພັກ​ເປັນ​ສຳຄັນ ”.

        ທ່ານ Tran Hong Ha ​ໄດ້​ຖື​ວ່າ, ການບູລະນະ, ຊັບຊ້ອນບັນດາ​ອົງການພັກ​ໃນ​ກຸ່ມ​ບັນດາ​ອົງການສຳນັກງານ​ຂັ້ນສູນ​ກາງ​ແມ່ນ​ວິທີ​ແກ້​ໄຂ​ອັນ​ຖືກຕ້ອງ​ເໝາະ​ສົມ​ກັບ​ເງື່ອນ​ໄຂສະ​​ເພາະຂອງ​ກຸ່ມ​ອົງຄະ​ນະ​ພັກ, ສາມາດ​ແກ້​ໄຂ, ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ເຄື່ອນ​ໄຫວຂອງ​ບັນດາ​ອົງການ​​ພັກ​ຂັ້ນ​ຮາກ​ຖານໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ບັນດາ​ກະຊວງ, ຄະນະ ​ແລະ ຂະ​ແໜງ​ການ.
ຂ່າວ/ບົດ​ອື່ນ