ກອງປະຊຸມທາບທາມຄຳເຫັນຜູ້ຊ່ຽວຊານກ່ຽວກັບການປະຕິບັດກົດໝາຍວ່າດ້ວຍຊາວຫນຸ່ມ

ກອງປະຊຸມທາບທາມຄຳເຫັນຜູ້ຊ່ຽວຊານກ່ຽວກັບການປະຕິບັດກົດໝາຍວ່າດ້ວຍຊາວຫນຸ່ມ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:vov

(vovworld)-​​ກອງ​ປະ​ຊຸມ​ທາບ​ທາມ​ຄຳ​ເຫັນ​ຜູ້​ຊ່ຽວ​ຊ​ານ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ຊາວ​ຫນຸ່ມ ໂດຍ​ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ຊາ​ວ​ຫນຸ່ມ, ອະ​ນຸ​ຊົນ ແລະ ເຍົາ​ວະ​ຊົນ ຂອງ​ສ​ະ​ພາ​ແຫ່ງ​ຊາດ ສົມ​ທົບ​ກັບ​ກອງ​ທຶນ​ປະ​ຊາ​ກອນ ສ​ປ​ຊ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 11/8 ຢູ່ ຮ່າ​ໂນ້ຍ. ຜ​ູ້​ແທນ​ຫລາຍ​ທ່ານ ໄດ້​ສ​ະ​ເຫນີ ຄວນ​ປັບ​ປຸງ, ເພີ່ມ​ເຕີມ​ກົດ​ໝາຍ​ວ່າ​ດ້ວຍ ຊາ​ວ​ຫນຸ່ມ, ໃນ​ນັ້ນ ຄົ້​ນ​ຄ​ວ້າ​ເປັນ​ເອ​ກະ​ພາບ​ເກັນ​ອາ​ຍຸ​ຊາວ​ຫນຸ່ມ​ໃນ​ລະ​ບົບ​ກົດ​ໝາຍ​ຂອງ​ຫວຽດ​ນາມ ກໍ​ຄືອີງ​ໃສ່​ກັບ​ຂໍ້​ກຳ​ນົດ​ສາ​ກົນ ເພື່ອ​ສ້າງ​ເງື່ອນ​ໄຂ​ເບິ່ງ​ແຍງ, ສຶກ​ສາ​ຊາວ​ຫນຸ່ມ, ອະ​ນຸ​ຊົນ. ຕາມ​ທ່ານ ຮ່າ​ຮູຍ​ຕວ່ານ, ກອງ​ທຶນ​ປະ​ຊາ​ກອນ ສ​ປ​ຊ ປະ​ຈຳ ຫວຽດ​ນາມ ແລ້ວ, ຄວນ​ຮັບ​ຮູູ້​ຄຳ​ເຫັນ​ຂອງ​ຊາວ​ຫນຸ່ມ​ໃນ​ວຽກ​ງານ​ສ້າງ​ນະ​ໂຍ​ບາຍ​ກ່ຽວ​ຂ້ອງ​ເຖິງ​ຊາວ​ຫນຸ່ມ:

        “ຄວນ​ພັດ​ທະ​ນາ​ຊຸດ​ເຄື່ອງ​ມື​ຕິດ​ຕາມກວດ​ກາ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ຊາວ​ຫນຸ່ມ ເພື່ອ​ຮັບ​ປະ​ກັນ​ກົດ​ໝາຍ​ວ່າ​ດ້ວຍ​ຊາວ​ຫນຸ່ມ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຄົບ​ຖ້ວນ. ຊຸດ​ເຄື່ອງ​ມື​ຕິດ​ຕາມກວດ​ການີ້ ກໍ​ຊ່ວຍ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຕິດ​ຕາມ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ຊາວ​ຫນຸ່ມ ແລະ ມີ​ການ​ສ່ອງ​ແສງ​ຄືນ​ຢ່າງ​ສະ​ດວກ ແລະ ແທດ​ຈິງກວ່າ. ພວກ​ເຮົາ ຄວນ​ສ້າງ​ເງື່ອນ​ໄຂ​ສະ​ດວກ ​ສົ່ງ​ເສີມການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫນຸ່ມ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ກ່ຽວ​ຂ້ອງ​ເຖິງ​ຊາວ​ຫນຸ່ມ, ຮັບ​ຮູ້​ບັນ​ດາ​ຄຳ​ເຫັນ​ຂອງ​ເຂົາ​ເຈົ້າ ແລະ ນຳ​ໃຊ້​ໃນການພັດ​ທະ​ນາ​ບັນ​ດາ​ນະ​ໂຍ​ບາຍ​ກ່ຽວ​ຂ້ອງ​ເຖິງ​ຊາວ​ຫນຸ່ມ.”

ຂ່າວ/ບົດ​ອື່ນ