ກອງປະຊຸມລັດຖະມົນຕີການເງິນ APEC ຄັ້ງທີ 19

ກອງປະຊຸມລັດຖະມົນຕີການເງິນ APEC ຄັ້ງທີ 19 - ảnh 1
ກອງປະຊຸມລັດຖະມົນຕີການເງິນ APEC ຄັ້ງທີ 19

(vovworld) - ວັນ​ທີ 30/8 ຢູ່ ມົດ​ສະ​ກູ, ສະຫະພັນ ລັດ​ເຊຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ APEC ຄັ້ງ​ທີ 19 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ລັດຖະມົນຕີ​ການ​ເງິນ ສະຫະພັນ​ລັດ​ເຊຍ  Anton Siluanov. ນີ້​ແມ່ນ​ເຫດການ​ສຳຄັນ​ທີ່​ສຸດ​ໃນ​ວິວັດ​ການ​ຮ່ວມ​ມື​ຂອງ​ບັນດາ​ລັດຖະມົນຕີ​ການ​ເງິນ APEC ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ APEC ຊຶ່ງ​ຈະ​ດຳ​ເນີນ​ໄປ​ໃນ​ຕົ້ນ​ເດືອນ 9/2012. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ Truong Chi Trung ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ການ​ເງິນ ຫວຽດນາມ ນຳ​ຫນ້າ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ສອງ​ບັນຫາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ນັ້ນ​ແມ່ນ​ບັນຫາ​ໝັ້ນຄົງ​ດ້ານງົບປະມານ ​ແລະ ຍູ້​ແຮງ​ການ​ສຶກສາ ​ແລະ ການ​ເຜີຍ​ແຜ່​ຄວາມ​ຮູ້​ດ້ານການ​ເງິນ​ໃຫ້​ແກ່​ປະຊາຊົນ. ບັນດາ​ທ່ານ​ລັດຖະມົນຕີ ສົ່ງ​ເສີມ​ເລື່ອງ​ສ້າງ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ສຶກສາ ​ແລະ ​ເຜີຍ​ແຜ່​ຄວາມ​ຮູ້​ດ້ານ​ການ​ເງິນ ​ແລະ ນຳ​ການ​ສຶກສາຄວາມ​ຮູ້​ດ້ານ​ການ​ເງິນ​ເຂົ້າ​ໃນ​ຫລັກສູດ​ສິດສອນ​ຢູ່​ບັນດາ​ໂຮງຮຽນ​ມັດທະຍົມ​ຢູ່ ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ APEC ​​ໃຫ້​​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຂອງ​ແຕ່ລະ​ປະ​ເທດ. ​ເມື່ອ​ສິ້ນ​ສຸດ​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ການ​ເງິນ APEC ​ໄດ້​ຮັບຮອງ​ເອົາ​ຖະ​ແຫລ​ງການ​ຮ່ວມ ​ແລະ ​ເຫັນ​ດີ ຈະ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ APEC ຄັ້ງ​ທີ 20 ຢູ່ ບາ​ລີ ປະ​ເທດ ອິນ​ໂດ​ເນ​ເຊຍ ​ໃນ​ເດືອນ 9/2013.

ຂ່າວ/ບົດ​ອື່ນ