ກອງປະຊຸມລັດຖະມົນຕີການເງິນAPECມຸ້ງໄປເຖິງພື້ນຖານການເງິນໃນອະນາຄົດທີ່ເຂັ້ມແຂງ

ກອງປະຊຸມລັດຖະມົນຕີການເງິນAPECມຸ້ງໄປເຖິງພື້ນຖານການເງິນໃນອະນາຄົດທີ່ເຂັ້ມແຂງ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 11/09, ຢູ່​ເຂດ Cebu, ປະ​ເທດ​ຟີ​ລິບ​ປີນ, ກອງປະຊຸມ​ລັດຖະມົນຕີ​ການ​ເງິນ ​ເວທີ​ປາ​ໄສ​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC) ​ໄດ້​ສິ້ນ​ສຸດວາລະປະຊຸມ​ຄັ້ງ​ທີ 22, ພາຍຫຼັງ​​​ປະຕິບັດ​ແຜນການ​ກະທຳ Cebu (CAP), ​ເຊິ່ງ​ແມ່ນ​​ເສັ້ນ​ທາງ​ມຸ່ງ​ໄປ​ເຖິງພື້ນຖານ​ການ​ເງິນ​ໃນ​ອະນາ​ຄົດທີ່​ເຂັ້ມ​ແຂງ​ໃຫ້​ພາກ​ພື້ນອາຊີ - ປາຊີ​ຟິກ. ສິ້ນ​ສຸດ​ກອງ​ປະຊຸມ, ທີ່​​ແກ່ຍາວ​ເປັນ​ເວລາ 2 ວັນ, ບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ APEC ​ໄດ້​ອອກ​ຖະ​ແຫຼ​ງການ ຊີ້​ແຈ້ງວ່າ CAP ​ແມ່ນ​​ເສັ້ນ​ທາງ​​ກ້າວ​ເກີນ ​ໂດຍອາສາ​ສະໝັກ ​ເພື່ອ​ແນ​ໃສ່​ສ້າງ​ປະຊາຊົນ APEC ທີ່​ວັດ​ທະນາ​ຖາວອນ​ກວ່າ, ​​ເຊື່ອ​ມ​​ໂຍງກ່ຽວ​ກັບ​ການ​ເງິນ, ກະຈ່າງ​ແຈ້ງ, ໝັ້ນຄົງ​ຍາວ​ນານ ​ແລະ ​ຮ່ວມ​ສຳພັນ. ກໍ​ຕາມ​ຖະ​ແຫຼງການ​ດັ່ງກ່າວ, CAP ສືບ​ຕໍ່​ມຸ້ງ​ໄປ​ເຖິງ​ຄາດໝາຍ Bogor ກ່ຽວ​ກັບ​ການ​ລົງທຶນ ​ແລະ ການ​ຄ້າ​ເປີດ​ປະຕູ, ກໍ​ຄື​ຖະ​ແຫຼ​ງການ​ກ່ຽວ​ກັບ​ຍຸດ​ທະ​ສາດ​ພັດທະນາ ​ແລະ ການ​ເງິນ ຜ່ານ​ມານ​ກຳນົດ​ບຸລິມະ​ສູດ​ໃຫ້​ອະນາຄົດ​ພັດທະນາ​ຢູ່​ພາກ​ພື້ນ APEC.

ຂ່າວ/ບົດ​ອື່ນ