ກອງປະຊຸມວິທະຍາສາດສາກົນກ່ຽວກັບຟີຊິກພະລັງງານສູງ,ໂລກຈັກກະວານວິທະຍາ

 ກອງປະຊຸມວິທະຍາສາດສາກົນກ່ຽວກັບຟີຊິກພະລັງງານສູງ,ໂລກຈັກກະວານວິທະຍາ - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:TTXVN
(vovworld)- ສືບ​ຕໍ່​ກອງ​ປະ​ຊຸ​ມ​ວິ​ທະ​ຍາ​ສາດ​ສາ​ກົນ “ພົບ​ປະ​ຫວຽດ​ນາມ” ຄັ້ງ​ທີ 12 ປີ 2016,  ຕອນ​ເຊົ້າ​ວັນ​ທີ 11/7, ຢູ່​ສູນ​ສາກົນ ວິ​ທະ​ຍາ​ສາດ ແລະ ສຶກ​ສາ​ລະ​ຫວ່າງ​ຂະ​ແຫນງ (ISISE) ນະ​ຄອນ ກູ​ຍ​ເຍີນ, ແຂວງ​ບີງ​ດີງ, ໄດ້​ໄຂ​ກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ​ສາ​ກົນ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສາດ​ສະ​ດາ​ຈານ, ນັກ​ວິ​ທະ​ຍາ​ສາດ 130 ຄົນ​ທີ່​ມາ​ຈາກ 22 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ, ໃນ​ນັ້ນ ມີ ສາດ​ສະ​ດາ​ຈານ 2 ຄົນ​ຍາດ​ໄດ້​ລາງວັນ Nobel. ທ່ານ​ຟ້າມກວາງ​ຮືງ, ສາດ​ສະ​ດາ​ຈານ ມະ​ຫາ​ວິ​ທະ​ຍາ​ໄລ Virginia ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ: ເນື້ອ​ໃນ ແລະ ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ​ວິ​ທະ​ຍາ​ສາດ​ສາ​ກົນ​ຄັ້ງ​ນີ້ ແມ່ນ​ບັນ​ດາ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ສະ​ຫລຸບ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ມໍ່ໆ​ມານີ້​ໃນ​ຂົງ​ເຂດ​ຟີ​ຊິກ​ພະ​ລັງ​ງານ​ສູງ, string theory ແລະ ໂລກ​ຈັກ​ກະ​ວານ​ວິ​ທະ​ຍາ. ກອງ​ປະ​ຊຸມ​ແມ່ນ​ເວ​ທີ​ປາ​ໄສ​ເພ່ອ​ໃຫ້​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ພົບ​ປະ, ແລກ​ປ່ຽນ, ຮ່ວມ​ມື​ໃນ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ພ້ອມ​ທັງ​ປະ​ກອບ​ສ່ວນ​ປັບ​ປຸງ, ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ​ເລິກ​ເຊິ່ງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ