ກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວເຂົ້ານະຄອນໂຮ່ຈີມິນ ຢູ່ ອົດສະຕາລີ

(VOVWORLD) - ກອງປະຊຸມໂດຍສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນໂຮ່ຈີມິນ ຈັດຕັ້ງ, ເພື່ອແນໃສ່ເພີ່ມທະວີບັນດາການພົວພັນລະຫວ່າງນະຄອນ Sydney ແລະ ໂຮ່ຈີມິນ, ພ້ອມທັງແນະນຳສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດໃນຍຸດທະສາດພັດທະນາໃນໄລຍະຈະມາເຖິງຂອງນະຄອນ ໂຮ່ຈີມິນ. 

ກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວເຂົ້ານະຄອນໂຮ່ຈີມິນ ຢູ່ ອົດສະຕາລີ - ảnh 1 ຫົວໜ້າສະຖານກົງສູນໃຫຍ່ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: Khánh Linh -TTXVN)

ວັນທີ 25 ຕຸລາ, ຢູ່ນະຄອນ Sydney, ປະເທດ ອົດສະຕາລີ, ໄດ້ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວເຂົ້າ ນະຄອນ ໂຮ່ຈີມິນ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າມາຈາກສະພາດຳເນີນທຸລະກິດ ອົດສະຕາລີ - ຫວຽດນາມ, ບັນດາບໍລິສັດ, ນັກລົງທຶນ ອົດສະຕາລີ ແລະ ຫວຽດນາມ ດຳເນີນທຸລະກິດ ໃນຂົງເຂດການບໍລິການ, ການທ່ອງທ່ຽວ, ໂຮງແຮມ, ອະສັງຫາລິມະຊັບ… ກອງປະຊຸມໂດຍສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນໂຮ່ຈີມິນ ຈັດຕັ້ງ, ເພື່ອແນໃສ່ເພີ່ມທະວີບັນດາການພົວພັນລະຫວ່າງນະຄອນ Sydney ແລະ ໂຮ່ຈີມິນ, ພ້ອມທັງແນະນຳສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດໃນຍຸດທະສາດພັດທະນາໃນໄລຍະຈະມາເຖິງຂອງນະຄອນ ໂຮ່ຈີມິນ. ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາພະແນກ, ຂະແໜງການຂອງນະຄອນ ໄດ້ຕອບບັນດາຂໍ້ຂ້ອງໃຈຂອງບັນດາວິສາຫະກິດ ອົດສະຕາລີ ກໍ່ຄືບັນດາວິສາຫະກິດ ຫວຽດນາມ ຢູ່ ອົດສະຕາລີ ກ່ຽວກັບບັນດາລະບຽບການລົງທຶນ, ບັນດານະໂຍບາຍບຸລິມະສິດ, ບັນດາມາດຕະການເພື່ອຊຸກຍູ້ການທ່ອງທ່ຽວ…

        ພາຍຫຼັງດຳເນີນຢູ່ Sydney, ກອງປະຊຸມຄ້າຍຄືກັນຈະໄດ້ຮັບການຈັດຕັ້ງຢູ່ນະຄອນ Melbourne, ລັດ Victoria, ປະເທດ ອົດສະຕາລີ ແລະ ຈາກນັ້ນຈະແມ່ນຢູ່ New Zealand.

ຕອບກັບ

ຂ່າວ/ບົດ​ອື່ນ