ກອງປະຊຸມສຸດຍອດຈີນ - ຍີ່ປຸ່ນ - ສ. ເກົາຫຼີ

ກອງປະຊຸມສຸດຍອດຈີນ - ຍີ່ປຸ່ນ - ສ. ເກົາຫຼີ - ảnh 1
ທ່ານ​ນາ​ຍົກ​ລັດຖະມົນຕີຈີນ ​ເວີ​ນ​ເຈຍ​ປາວ, ນາຍົກລັດຖະມົນຕີ ຍີ່ປຸ່ນ Yoshihiko Noda ​ແລະ ປະທານາທິບໍດີ ສ. ​ເກົາຫຼີ  Lee Myung Bak
(ພາບ: Reuters)

(vovworld) - ກອງ​ປະຊຸມ​ສຸດ​ຍອດ​ຈີນ - ຍີ່ປຸ່ນ - ສ.​ເກົາຫຼີ ຄັ້ງ​ທີ 5 ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ປັກກິ່ງ ປະ​ເທດ​ຈີນ ​ໃນ​ລະຫວ່າງ​ວັນ​ທີ 13 – 14/5/2012. ທ່ານ​ນາ​ຍົກ​ລັດຖະມົນຕີຈີນ ​ເວີ​ນ​ເຈຍ​ປາວ, ນາຍົກລັດຖະມົນຕີ ຍີ່ປຸ່ນ Yoshihiko Noda ​ແລະ ປະທານາທິບໍດີ ສ. ​ເກົາຫຼີ  Lee Myung Bak ຈະ​ປຶກສາ​ຫາລື​ສະພາບ​ການ​ໂລກ, ພາກ​ພື້ນ, ບັນຫາ​ແຫຼມ​ເກົາຫຼີ ​ແລະ ການ​ຮ່ວມ​ມື​ໃນ​ເຂດ ອາຊີຕາ​ເວັນ​ອອກ​. 3 ປະ​ເທດ ຈີນ - ຍີ່ປຸ່ນ - ສ ​ເກົາຫຼີ ຈະ​ເຊັນ​ສັນຍາ​ອາລັກຂາ ​ແລະ ສົ່ງ​ເສີມ​ການ​ລົງທຶນ (ຫຼື IPPA), ສັນຍາ 3 ຝ່າຍ​ສະບັບ​ທຳ​ອິດ​ໃນ​ຂົ​ງ​ເຂດ​ເສດຖະກິດ. ສັນຍາ​ໄດ້​ຮັບ​ຄວາມ​ຫວັງ​ວ່າ​ຈະ​ເປີດ​ກ້ວາງ​ການ​ລົງທຶນ​ໃນ​ພາກ​ພື້ນ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ 3 ປະ​ເທດ​ຢູ່​ຕະຫຼາດ​ຂອງ​ກັນ.

ຂ່າວ/ບົດ​ອື່ນ