ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 36 ຈະ​ຖືກ​ຈັດ​ຂຶ້ນ​ທາງ​ອອນ​ລາຍ

(VOVWORLD) -ໃນວັນທີ 23 ມິຖຸນາ, ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ດ້ວຍຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຜ່ານທາງອອນລາຍເຊິ່ງຈະດຳເນີນໃນວັນທີ 26 ມິຖຸນາ ຈະມາເຖິງ, ຕາມຄຳເຊື້ອເຊີນຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ.

ເຂົ້າຮ່ວມກອງປະຊຸມດັ່ງກ່າວກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen ຍັງມີເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ກຳປູເຈຍ ອີກຈຳນວນໜຶ່ງ.

ໃນວັນທີ 26 ມິຖຸນາຈະມາເຖິງ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຈະຖືກຈັດຂຶ້ນທາງອອນລາຍ. ທ່ານ Ahmad Ibrahim Almutaqqi  ຜູ້ອຳນວຍການໂຄງການຄົ້ນຄ້ວາຂອງ ອາຊຽນ ຂຶ້ນກັບສູນ Habibie (Indonesia)  ຖືວ່າ ກອງປະຊຸມແມ່ນເຫດການສຳຄັນ, ມີຄວາມໝາຍຫຼາຍຢ່າງສຳລັບ ອາຊຽນ ໃນສະພາບການໂລກລະບາດໂຄວິດ-19ສືບຕໍ່ຄຸກຄາມ ແລະ ຄວາມໝັ້ນຄົງຢູ່ພາກພື້ນມີການຜັນແປສັບສົນຫຼາຍຢ່າງ. ນີ້ກໍ່ແມ່ນໂອກາດຄວາມສຳຄັນເພື່ອໃຫ້ ອາຊຽນ, ພາຍໃຕ້ການນຳພາຂອງ ຫວຽດນາມ ໃນປີເປັນປະທານໝູນວຽນ ອາຊຽນ ຈະສືບຕໍ່ບືນຕົວຂຶ້ນ.

ຕາມໜັງສືພິມ Vientiane Times ຂອງ ລາວ ສະບັບອອກວັນທີ 24 ມິຖຸນາ ໄດ້ໃຫ້  ຂ່າວວ່າ ລາວ ສະໜັບສະໜູນແຜນການພັດທະນາແຫຼ່ງຊັບພະຍາກອນມະນຸດຂອງ ອາຊຽນ. ທີ່ກອງປະຊຸມທາງອອນລາຍຂອງ ສະມັດຊາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 23 ທີ່ດຳເນີນໃນວັນທີ 23 ມິຖຸນາ ໂດຍທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ເປັນປະທານ, ທ່ານສາດສະດາຈານ,ປະລິນຍາເອກ ກິແກ້ວ ໄຂຄຳພິທູນ  ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວກໍ່ສະແດງການສະໜັບສະໜູນຂອງ ລາວ ສຳລັບຖະແຫຼງການຂອງ ອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດເພື່ອໂລກແຫ່ງວຽກເຮັດງານທຳພວມມີການປ່ຽນແປງ, ທ່ານເຊື່ອໝັ້ນວ່າ ແຜນການນີ້ຈະນຳເອົາຜົນປະໂຫຍດມາໃຫ້ປະຊາຊົນຂອງກຸ່ມ ອາຊຽນ ຫຼາຍກ່ວາອີກ. ເຈົ້າໜ້າທີ່ຂອງ ລາວ ກໍ່ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ອາຊຽນ ຮ່ວມມືໃນແຜນການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19ເພື່ອຫຼຸດຜ່ອນຜົນກະທົບທີ່ມີຕໍ່ການຫາລ້ຽງຊີບຂອງປະຊາຊົນ, ກໍ່ຄືພື້ນຖານເສດຖະກິດຂອງພາກພື້ນ.

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຜ່ານທາງອອນລາຍຈະສຸມໃສ່ບັນດາຄວາມມານະພະຍາຍາມລວມໝູ່ຂອງກຸ່ມ ອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ-19 ແລະ ຊຸກຍູ້ການຟື້ນຟູພື້ນຖານເສດຖະກິດໄລຍະພາຍຫຼັງໂລກລະບາດໂຄວິດ-19, ບັນດາທິດທາງ ແລະ ມາດຕະການຄວາມຮັບຮູ້ວິໄສທັດປະຊາຄົມ ອາຊຽນ ປີ 2025ແລະ ການເຊື່ອມໂຍງ ຂອງ ອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກພາກພື້ນ ແລະ ປະຊາຄົມທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ