ກອງປະຊຸມສະຫຼຸບ5ປີແຫ່ງການຜັນຂະຫຍາຍ3ເອກະສານນິຕິກຳກ່ຽວກັບຊາຍແດນທາງບົກຫວຽດນາມ-ຈີນ

ກອງປະຊຸມສະຫຼຸບ5ປີແຫ່ງການຜັນຂະຫຍາຍ3ເອກະສານນິຕິກຳກ່ຽວກັບຊາຍແດນທາງບົກຫວຽດນາມ-ຈີນ - ảnh 1
(ພາບປະກອບ)

(vovworld) -  ວັນ​ທີ 30/10, ກອງ​ປະຊຸມ​ສະຫຼຸບ 5 ປີ​ແຫ່​ງການ​ຜັນ​ຂະຫຍາຍ 3​ ເອກະສານ​ນິຕິ​ກຳ​ກ່ຽວ​ກັບ​ຊາຍ​ແດນ​ທາງບົກ​ຫວຽດນາມ-​ຈີນ ​ໄລຍະ 2010-2015. ​ເຊິ່ງລວມມີ​ສົນທິສັນຍາ​ຂີດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ; ສັນຍາ​ກ່ຽວ​ກັບ​ຂໍ້​ກຳນົດ​ຄຸ້ມ​ຄອງ​ຊາຍ​ແດນ ​ແລະ ສັນຍາ​ກ່ຽວ​ກັບ​ດ່ານ​ຊາຍ​ແດນ ​ແລະ ຂໍ້​ກຳນົດ​ຄຸ້ມ​ຄອງ​ດ່ານ​ຊາຍ​ແດນ ​ໄດ້ດຳ​ເນີນ​ຢູ່​ຮ່າ​ໂນ້ຍ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະ​ກຳມະການຊາຍ​ແດນ​ແຫ່ງ​ຊາດ ​ໂຫ່​ຊວນ​ເຊີນ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ.

​ໃນ 5 ປີຜ່ານ​ມາ, ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖີ່​ນ​ຕິດ​ກັບ​ຊາຍ​ແດນ ​ໄດ້​ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນກັບ​ກະຊວງ​ການ​ຕ່າງປະ​ເທດ​ໃນ​ການ​ຊີ້​ນຳ, ບໍລິຫານ ​ແລະ ​ເປັນ​ເສນາ​ທິການ​ໃຫ້​ລັດຖະບານ, ນາຍົກລັດຖະມົນຕີ​ແກ້​ໄຂ​ບັນດາ​ບັນຫາ​ເກີດ​ຂຶ້ນ​ໃນ​ວຽກ​ງານ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ຊາຍ​ແດນ, ຮັກສາ​ສະຖຽນລະ​ພາບ​ຢູ່​ເຂດ​ຊາຍ​ແດນ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ທ້ອງ​ຖີ່​ນ ​ແລະ ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ໃນ​ເຂດ​ຊາຍ​ແດນ.

ກ່າວ​ຄວາມ​ເຫັນ​ປິດ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ໂຫ່​ຊວນ​ເຊີນ ​​ເນັ້ນ​ໜັກ​ວ່າ, ບັນດາ​ອົງການ​ມີ​ບົດບາດ​ໜ້າ​ທີ່​ຄຸ້ມ​ຄອງ​ຊາຍ​ແດນ ຄວນ​ສືບ​ຕໍ່​ຖື​ເປັນ​ສຳຄັນ​ວຽກ​ງານ​ປົກ​ປັກ​ຮັກສາ, ຄຸ້ມ​ຄອງ​ຊາຍ​ແດນ, ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຢ່າງ​ໝັ້ນຄົງ, ປັບປຸງ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເຂດ​ຊາຍ​ແດນ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ທ້ອງ​ຖີ່​ນຕິດ​ກັບ​ຊາຍ​ແດນ​ສອງ​ປະ​ເທດ, ປະກອບສ່ວນ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ຈີນ.

ຂ່າວ/ບົດ​ອື່ນ