ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 13 ຈະຖືກໄຂຂຶ້ນໃນໄວໆນີ້


ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 13 ຈະຖືກໄຂຂຶ້ນໃນໄວໆນີ້ - ảnh 1
(ພາບ​ປະ​ກອບ)

(vovworld)- ຕອນ​ບ່າຍ​ວັນ​ທີ 18/3, ຢູ່​ຮ່າ​ໂນ້ຍ, ຫ້ອງ​ວ່າ​ການ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໄດ້​ຈັດ​ກ​ານ​ປະ​ຊຸມ​ຂ່າວ​ປະ​ກາດ​ຮ່າງ​ໂຄງການ​ດຳ​ເນີນ​ງານ ແລະ ເນື້ອ​ໃນ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 11 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ຊຶ່ງ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 21/3ນີ້ຢູ່​ຮ່າ​ໂນ້ຍ ແລະ ຈະ​ດຳ​ເນີນ​ເປັນ​ເວ​ລາ 19 ວັນ.     ທ່ານ ເລ​ມິນ​ທົງ ຮອງ​ເລຂາ​ທິການ​ໃຫຍ່​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໃຫ້​ຮູ້​ວ່າ : (ເທບ) : “ ກົມ​ການ​ເມືອງ​ໄດ້​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ພື້ນ​ຖານ​ດ້ານ​ກົດ​ໝາຍ ແລະ ພື້ນ​ຖານ​ທິດ​ສະ​ດີ​ພຶດ​ຕິ​ກຳ​ຕົວ​ຈິງຂອງວຽກ​ງານ​ບູ​ລະ​ນະ​ບັນ​ດາ​ຕຳ​ແໜ່ງ​ການ​ນຳ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ແຫ່ງ​ລັດ​ພາຍຫຼັງ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຂອງ​ພັກ​ສິ້ນ​ສຸດ​ລົງ ແລະ ເປັນ​ເອ​ກະ​ພາບກັນ​ວ່າ ຄວນບູ​ລະ​ນະ​, ຊັບ​ຊ້ອນ​ຄືນບັນ​ດາ​ຕຳ​ແໜ່ງ​ການ​ນຳ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ແຫ່ງ​ລັດຢ່າງ​ຄົບ​ຊຸດ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຜັນ​ຂະ​ຫຍາຍ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ກົມ​ການ​ເມືອງ​ສະ​ເໜີ​ສູນ​ກາງ​ພັກ ​ໃຫ້ປະ​ຕິ​ບັດ​ການບູ​ລະ​ນະ​ບັນ​ດາ​ຕຳ​ແໜ່ງ​ການ​ນຳ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ແຫ່ງ​ລັດ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 11 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ຕາມ​ລະ​ບຽບ​ການ​ຂອງ​ພັກ ແລະ ກົດ​ໝາຍ​ຂອງ​ລັດ ”

ຂ່າວ/ບົດ​ອື່ນ