ກອງປະຊຸມສາກົນກ່ຽວກັບການປົກປ້ອງຊາວອົບພະຍົບບົນເສັ້ນທາງທະເລເມດີແຕຣາເນ

(VOVWORLD) - ວັນທີ 13 ພະຈິກ, ກອງປະຊຸມເທື່ອທີ່ 3 ກຸ່ມຕິດຕໍ່ພົວພັນກ່ຽວກັບບັນດາບັນຫາຊາວອົບພະຍົບຢູ່ພາກພື້ນທະເລເມດີແຕຣາເນ ດຳເນີນຢູ່ນະຄອນ Berne ຂອງປະເທດ ສະວິດ. 
 ກອງປະຊຸມສາກົນກ່ຽວກັບການປົກປ້ອງຊາວອົບພະຍົບບົນເສັ້ນທາງທະເລເມດີແຕຣາເນ - ảnh 1(ພາບປະກອບ: THX/TTXVN)

ໄດ້ຮັບການສ້າງຕັ້ງຕາມຂໍ້ລິເລີ່ມຂອງ ອີຕາລີ, ກຸ່ມຕິດຕໍ່ພົວພັນກ່ຽວກັບບັນດາບັນຫາຊາວອົບພະຍົບຢູ່ພາກພື້ນທະເລເມດີແຕຣາເນ ໄດ້ສ້າງເງື່ອນໄຂໃຫ້ 13 ປະເທດ ເອີຣົບ ແລະ ອາຟຣິກາ ທີ່ກ່ຽວຂ້ອງເຖິງສາຍທາງອົບພະຍົບ ຜ່ານທະເລເມແຕຣາເນ ແລກປ່ຽນຂໍ້ມູນຂ່າວ ແລະ ສົມທົບກັນກະທຳ

        ທີ່ກອງປະຊຸມເທື່ອທີ 3 ຂັ້ນລັດຖະມົນຕີກຸ່ມຕິດຕໍ່ພົວພັນນີ້, ປະເທດເຈົ້າພາບ ສະວິດ ປາດຖະໜາຢາກໃຫ້ບັນດາຝ່າຍເຂົ້າຮ່ວມ ຈະຮັບຮອງເອົາຖະແຫຼງການຮ່ວມ ທີ່ເນັ້ນໜັກເຖິງຈຸດປະສົງປົກປ້ອງຊາວອົບພະຍົບ. ໂດຍລະອຽດແມ່ນ ປັບປຸງເງື່ອນໄຂດຳລົງຊີວິດຢູ່ບັນດາຄ້າຍຮັບເອົາຊາວອົບພະຍົບມາເຕົ້າໂຮມ ແລະ ປົກປ້ອງຊາວອົບພະຍົບຢູ່ລຽບຕາມເສັ້ນທາງ ເຊິ່ງເຂົາເຈົ້າເຄື່ອນຍ້າຍ. ຊາວອົບພະຍົບຫລາຍຄົນ ພວມແມ່ນຜູ້ຖືກເຄາະຮ້າຍຂອງບັນດາເຫດຂົ່ມຂຶນທຳສຳເລົາ, ກອບໂກຍເງິນ, ນາບຂູ່, ທາລຸນ, ໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ