ກອງປະຊຸມສໍາມະນາ “ສະມາຄົມຊາວກະສິກອນ ຫວຽດນາມ ເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມເຂດພໍ່ແມ່ພີ່ນ້ອງຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ”

(VOVWORLD) -ໄລ່ມາຮອດປັດຈຸບັນ ມີຊາວກະສິກອນ 2,7 ລ້ານເທື່ອຄົນໄດ້ຮັບການຝຶກອົບຮົມ, ຖ່າຍທອດວິທະຍາສາດເຕັກໂນໂລຢີຈາກສະມຄົມຊາວກະສິກອນຂັ້ນຕ່າງໆ.
ກອງປະຊຸມສໍາມະນາ “ສະມາຄົມຊາວກະສິກອນ ຫວຽດນາມ ເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມເຂດພໍ່ແມ່ພີ່ນ້ອງຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ” - ảnh 1 ກອງປະຊຸມສໍາມະນາ “ສະມາຄົມຊາວກະສິກອນ ຫວຽດນາມ ເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມເຂດພໍ່ແມ່ພີ່ນ້ອງຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ” (ພາບ: Dangcongsan.vn)

ກອງປະຊຸມສໍາມະນາ “ສະມາຄົມຊາວກະສິກອນ ຫວຽດນາມ ເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມເຂດພໍ່ແມ່ພີ່ນ້ອງຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ” ຖືກດໍາເນີນໃນຕອນເຊົ້າວັນທີ 27 ມິຖຸນາ, ຢູ່ຮ່າໂນ້ຍ ໂດຍສູນກາງສະມາຄົມຊາວກະສິກອນຫວຽດນາມຈັດຕັ້ງ,  ຕິດພັນກັບການສະຫຼຸບໄລຍະ 15 ປີແຫ່ງການປະຕິບັດວຽກງານຊົນເຜ່ົາ ແລະ 25 ປີແຫ່ງການປະຕິບັດຄໍາສັ່ງຂອງຄະນະເລຂາສູນກາງພັກກອມມູນິດຫວຽດນາມ ກ່ຽວກັບວຽກງານຈໍານວນໜຶ່ງຢູ່ເຂດຊາວເຜົ່າມົ້ງ.

        ເພື່ອປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ໄລ່ມາຮອດປັດຈຸບັນ ມີຊາວກະສິກອນ 2,7 ລ້ານເທື່ອຄົນໄດ້ຮັບການຝຶກອົບຮົມ, ຖ່າຍທອດວິທະຍາສາດເຕັກໂນໂລຢີຈາກສະມຄົມຊາວກະສິກອນຂັ້ນຕ່າງໆ. ຜ່ານນັ້ນ, ໄດ້ສ້າງຕັ້ງເກືອບ 11.000 ຮູບແບບການປູກຝັງ, ລ້ຽງສັດ, ລ້ຽງປູກສິນທະເລໃຫ້ມີຄວາມປອດໄພຕາມມາດຕະຖານ VietGap, ມີຫຼາຍກວ່າ 170.000 ຮູບແບບການຜະລິດ ຕິດພັນກັບການບໍລິໂພກຜະລິດຕະພັນຕາມລະບົບມູນຄ່່າ. ມີຄອບຄົວຊາວກະສິກອນກວ່າ 151.000 ຄອບຄົວ ໄດ້ຮັບການກູ້ຢືມທຶນເພື່ອພັດທະນາການຜະລິດ ດ້ວຍຈໍານວນເງິນກວ່າ 3 ພັນຕື້ດົ່ງ.

        ທ່ານ ທ່າວຊວັນຊຸ່ງ, ປະທານສະມາຄົມຊາວກະສິກອນຫວຽດນາມ ຖືວ່າ:

        “ຜ່ານກອງປະຊຸມສໍາມະນາ, ບັນດາຜູ້ແທນມີຄວາມປາດຖະໜາຢາກໃຫ້ ລັດຖະບານສຸມໃສ່ການລົງທຶນ, ຍົກລະດັບ, ປັບປຸງລະບົບທາງຄົມມະນາຄົມ, ລະບົບຕາໜ່າງໄຟຟ້າແຫ່ງຊາດ ແລະ ນໍ້າຮັບໃຊ້ໃຫ້ແກ່ການປູກຝັງ, ນໍ້າປະປາ. ນີ້ແມ່ນ 3 ຂົງເຂດທີ່ຊາວກະສິກອນມີຄວາມຕ້ອງການທີ່ສຸດ. ສະມາຄົມຊາວກະສິກອນ ຫວຽດນາມ ແລະ ລັດຖະບານ ຕ້ອງສົມທົບກັນສຸມໃສ່ລົງທຶນໜູນຊ່ວຍສ້າງ ແລະ ປະຕິບັດນະໂຍບາຍປົກປັກຮັກສາ ແລະ ພັດທະນາປ່າໄມ້ ແລະ ຊາວກະສິກອນຕ້ອງມີຊີວິດຢູ່ໄດ້ຈາກປ່າ. ສິ່ງດັ່ງກ່າວຕ້ອງປ່ຽນແປງໃໝ່ກົນໄກການຄຸ້ມຄອງລັດກ່ຽວກັບປ່າໄມ້. ຕ້ອງມີໂຄງການຕ່າງຫາກກ່ຽວກັບການສອນອາຊີບໃຫ້ແຮງງານເຂດຊົນນະບົດເວົ້າລວມ ແລະ ແຮງງານກະສິກໍາຢູ່ເຂດຊົນເຜົ່າສ່ວນໜ້ອຍເວົ້າສະເພາະ”.


ຕອບກັບ

ຂ່າວ/ບົດ​ອື່ນ