ກອງປະຊຸມສຳມະນາກ່ຽວກັບບົດບາດຂອງສະພາແຫ່ງຊາດ ໃນການເຄື່ອນໄຫວການພົວພັນຕ່າງປະເທດຂອງລັດ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກັວກຫ້ຽນ ເນັ້ນໜັກວ່າ: ໄລຍະຜ່ານມາ, ວຽກງານການພົວພັນຕ່າງປະເທດຂອງລັດຫວຽດນາມ ໄດ້ປະກອບສ່ວນຮັກສາໄດ້ເຊິ່ງສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ
ກອງປະຊຸມສຳມະນາກ່ຽວກັບບົດບາດຂອງສະພາແຫ່ງຊາດ ໃນການເຄື່ອນໄຫວການພົວພັນຕ່າງປະເທດຂອງລັດ - ảnh 1ກອງປະຊຸມສຳມະນາ “ບົດບາດຂອງສະພາແຫ່ງຊາດ ໃນການເຄື່ອນໄຫວການພົວພັນຕ່າງປະເທດຂອງລັດ”

ວັນທີ 23 ສິງຫາ, ທີ່ແຂວງຫວິງຝຸກ, ຄະນະກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ສົມທົບກັບສະຖາບັນ KAS (ສາທາລະນະລັດ ສະຫະພາບ ເຢຍລະມັນ) ຈັດກອງປະຊຸມສຳມະນາ “ບົດບາດຂອງສະພາແຫ່ງຊາດ ໃນການເຄື່ອນໄຫວການພົວພັນຕ່າງປະເທດຂອງລັດ”.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກັວກຫ້ຽນ ເນັ້ນໜັກວ່າ: ໄລຍະຜ່ານມາ, ວຽກງານການພົວພັນຕ່າງປະເທດຂອງລັດຫວຽດນາມ ໄດ້ປະກອບສ່ວນຮັກສາໄດ້ເຊິ່ງສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ, ຄວາມສະດວກໃຫ້ແກ່ການພັດທະນາ, ນຳບັນດາການພົວພັນຕ່າງປະເທດທີ່ສຳຄັນກ້າວເຂົ້າສູ່ລວງເລິກ, ແທ້ຈິງ, ມີປະສິດທິຜົນ; ປະກອບສ່ວນປະຕິບັດບັນດາເປົ້າໝາຍການພັດທະນາເສດຖະກິດ, ສັງຄົມ… ວຽກງານການພົວພັນຕ່າງປະເທດປະກອບສ່ວນປົກປັກຮັກສາ ແລະ ຊຸກຍູ້ບັນດາຜົນປະໂຫຍດຍຸດທະສາດ ທາງດ້ານຄວາມສະຫງົບ, ການພັດທະນາຂອງຫວຽດນາມຢ່າງມີປະສິດທິຜົນ. ພ້ອມດຽວກັນນັ້ນ, ກໍ່ສະແດງໃຫ້ເຫັນເຖິງຈິດໃຈ “ສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ”. ໃນໝາກຜົນລວມນັ້ນ, ການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດໄດ້ກາຍເປັນໜຶ່ງພາກສ່ວນທີ່ບໍ່ສາມາດແຍກອອກຈາກການເຄື່ອນໄຫວການພົວພັນຕ່າງປະເທດຂອງພັກ ແລະ ລັດໄດ້, ເຊິ່ງ ຢ່າງຕັ້ງໜ້າໃຫ້ແກ່ວຽກງານການພົວພັນຕ່າງປະເທດຂອງລັດ ແລະ ເພີ່ມເຕີມໃຫ້ແກ່ການພົບປະແລກປ່ຽນໃນໝູ່ປະຊາຊົນ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການປະຕິບັດນະໂຍບາຍການຕ່າງປະເທດຂອງຫວຽດນາມ ຢ່າງມີປະສິດທິຜົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ