ກອງປະຊຸມສຳມະນາກ່ຽວກັບວັດທະນະທຳຫວຽດນາມຢູ່ອັກຊັງຕີນ

ກອງປະຊຸມສຳມະນາກ່ຽວກັບວັດທະນະທຳຫວຽດນາມຢູ່ອັກຊັງຕີນ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ວັດ​ທ​ະ​ນະ​ທຳ ຫວຽດ​ນາມ
(ພາບ: Diệu Hương/Vietnam+)

(vovworld) –  ​ວັນ​ທີ 20/6, ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ວັດ​ທ​ະ​ນະ​ທຳ ຫວຽດ​ນາມ ດຳ​ເນີນ​ໄປ​​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ Salvador ຢູ່ Buenos Aires, ໂດຍ​ບໍ​ລິ​ສັດ​ສື່​ສານ Equilibrium Global ສົມ​ທ​ົບ​ກັບ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອັກ​ຊັງ​ຕີນ ຈັດ​ຕັ້ງ. ທີ່ກອງ​ປະ​ຊຸມ​ສ​ຳ​ມະ​ນາ, ທ່ານ​ນາງ Poldi Sosa, ປະ​ທານ​ສະ​ຖາ​ບັນ​ວັດ​ທະ​ນະ​ທຳ ອັກ​ຊັງ​ຕີນ - ຫວຽດ​ນາມ (ICAV), ໄດ້​ແບ່ງ​ປັນ​ກັບ​ບັນ​ດາ​ນັກ​ສຶກ​ສາ​ກ່ຽວ​ກັບ​ບົດ​ຮຽນ​ຂອງ​ທ່ານ​ນາງ​ຜ່ານ​ການ​ມາຢ​້ຽມ​ຢາມ ຫວຽດ​ນາມ ຄັ້ງ​ຕ່າງໆ, ເນັ້ນ​ໜ​ັກ​ເຖິງ​​ພື້ນ​ຖານ​ວັດ​ທະ​ນະ​ທຳຫຼາຍ​ຮູບຫຼາຍ​ສີທີ່​ມີ​ມານັບ​ພັນ​ປີ​ຂອງ​ຊາດ ຫວຽດ​ນາມ ດ້ວຍ​ປະ​ຫວັດ​ສາດ​ທີ່​ສະ​ຫງ່າ​ລາ​ສີ​ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮານ, ປະ​ຊາ​ຊົນ​ສະ​ໜິດ​ສະ​ໜົມ ແລະ ຮັກ​ແພງ​ແຂກ​ຄົນ ກໍ່​ຄື​ສິ​ລະ​ປະ​ອາ​ຫານ​ການ​ກິນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ທ່ານນາງ​ໃຫ້​ຮູ້​ວ່າ: ICAV ໄດ້​ແຮກ​ສ່ຽວ​ກັບ​ໂຮງ​ຮຽນ​ແຫ່ງ​ໜຶ່ງ​ຢູ່​ແຂວງ ກ໋​ວາງ​ນີງ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ 2 ຊາດ. ຜູ້​ຕາງ​ໜ້າ​ສະ​ຖ​ານ​ທູດ ຫວຽດ​ນາມ ປະ​ຈຳ ອັກ​ຊັງ​ຕີນ ​ທີ່ເຂົ້າ​ຮ່ວມກອງ​ປະ​ຊຸມ​ສ​ຳ​ມະ​ນາກໍ່​ໄດ້​ແນະ​ນຳ​ບັນ​ດາ​ຈຸດ​ຕົ້ນ​ຕໍ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ ດ້ວຍ​ມໍ​ລະ​ດົກຫຼາຍ​ແຫ່ງ​ທີ່​ໄດ້​ຮັບ​ຮອງ​ຈາກ​ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ ສ​ປ​ຊ (UNESCO), ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ທ່ອງ​ທ່ຽວ ແລະ ບັນ​ດາ​​ສະ​ຖານ​ທີ່​ທ່​ອງ​ທ່ຽວ​ທີ່ດູດ​​ດື່ມແຕ່​ພາກ​ເໜືອ​ຮອດ​ພາກ​ໃຕ້​ຂອງ ຫວຽດ​ນາມ.
ຂ່າວ/ບົດ​ອື່ນ