ກອງປະຊຸມສຳມະນາວິສາຫະກິດດີຈີຕອນແລະການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ

(VOVWORLD) -ຕອນເຊົ້າວັນທີ 26 ຕຸລາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າຍຸດທະສາດເຄື່ອງໝາຍການຄ້າ ແລະ ການແກ່ງແຍ້ງ ໄດ້ສົມທົບກັບສະຫະສະມາຄົມອິນເຕີແນັດຫວຽດນາມ ພ້ອມກັບບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງກອງປະຊຸມສຳມະນາວິສາຫະກິດດີຈີຕອນ ແລະ ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.

ກອງປະຊຸມສຳມະນາວິສາຫະກິດດີຈີຕອນແລະການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ - ảnh 1 ກອງປະຊຸມສຳມະນາວິສາຫະກິດດີຈີຕອນແລະການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ

(ພາບ: baoxaydung.com.vn)

ດ້ວຍ 2 ເນື້ອໃນຕົ້ນຕໍ “ການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ຍຸກສະໄໝດີຈີຕອນ”, “ຫັນວິສາຫະກິດຫວຽດນາມ ເປັນດີຈີຕອນ ແລະ ປະເທດເລີ່ມດຳເນີນອາຊີບ”, ກອງປະຊຸມສຳມະນາໄດ້ຮັບການຈັດຕັ້ງດ້ານຈຸດປະສົງຊ່ວຍໃຫ້ວິສາຫະກິດມີການສັງເກດລວມກ່ຽວກັບການພັດທະນາແບບຍືນຍົງທີ່ມາຈາກການປະດິດຄິດສ້າງ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ໄຈ້ແຍກ, ເຮັດແຈ້ງຫຼາຍເນື້ອໃນທີ່ມີຄວາມສົນໃຈຄື: ສະພາບຕົວຈິງໃນການນຳໃຊ້ດີຈີຕອນໃນວິສາຫະກິດຫວຽດນາມ; ບັນດາສິ່ງທ້າທາຍ ແລະ ກາລະໂອກາດໃຫ້ແກ່ວິສາຫະກິດຫວຽດນາມ ໃນສະພາບການດຳເນີນທຸລະກິດມີການປ່ຽນແປງ, ແນະນຳການແກ່ງແຍ້ງທົ່ວໂລກ; ຫັນປ່ຽນຮູບແບບການດຳເນີນທຸລະກິດໃນຂະແໜງອຸດສາຫະກຳ 4.0…

ຕອບກັບ

ຂ່າວ/ບົດ​ອື່ນ