ກອງປະຊຸມສຳມະນາສາກົນ ການປະຕິວັດອຸດສາຫະກຳຄັ້ງທີ4

ກອງປະຊຸມສຳມະນາສາກົນ ການປະຕິວັດອຸດສາຫະກຳຄັ້ງທີ4 - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ສາ​ກົນ​ທີ່​ມີ​ຫົວ​ຂໍ້ “ການ​ປະ​ຕິ​ວັດ​ອຸດ​ສາ​ຫ​ະ​ກຳ​ຄັ້​ງ​ທີ4 ແລະ ບັນ​ດາ​ບັນ​ຫາ​ວາງ​ອອກ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິ​ດ​ສັງ​ຄົມ​ຂອງ ຫວຽດ​ນາມ”
(ພາບ: sggp.org.vn)

(vovworld) – ​​ວັນ​ທີ 25/11, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ໄດ້​ສົມ​ທົບ​ກັບ​ສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ ຫວຽດ​ນາມ ແລະ ອົງ​ການ​ ສ​ປ​ຊ ​ປະ​ຈຳ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ສາ​ກົນ​ທີ່​ມີ​ຫົວ​ຂໍ້ “ການ​ປະ​ຕິ​ວັດ​ອຸດ​ສາ​ຫ​ະ​ກຳ​ຄັ້​ງ​ທີ4 ແລະ ບັນ​ດາ​ບັນ​ຫາ​ວາງ​ອອກ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິ​ດ​ສັງ​ຄົມ​ຂອງ ຫວຽດ​ນາມ”. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ວັນ​ບີ່ງ, ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ, ຢັ້ງ​ຢືນ​ວ່າ​ພັກ, ລັດ ຫວຽດ​ນາມ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ທ່າ​ອ່​ຽງ​ພັດ​ທະ​ນາ​ຂອງ​ອຸດ​ສາ​ຫະ​ກຳ​ໃນ​ປະ​ຈຸ​ບັນ. ທ່ານ ຫງວຽນ​ວັນ​ບີ່ງ, ຫົວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ໄດ້​ຢັ້ງ​ຢືນ​ວ່າ:

        “ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ບັນ​ດາ​ນັກ​ຊ່ຽວ​ຊານ, ບັນ​ດາ​ນັກ​ຄຸ້ມ​ຄອງ​ປຶກ​ສາ​ຫາ​ລື​ສຸມ​ໃສ່​ເຮັດ​ແຈ້ງ, ຮັບ​ຮູ້​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ, ຄວາມ​ສະ​ດວກ ແລະ ຫຍຸ້ງ​ຍາກ​ສຳ​ລັບ ຫວຽດ​ນາມ ຕໍ່​ໜ້າ​ຜົນ​ກະ​ທົບ​ຂອງ​ການ​ປະ​ຕິ​ວັດ​ອຸ​ດ​ສາ​ຫະ​ກຳ​ຄັ້ງ​ທີ 4. ​ນຳສະ​ເໜີ​ບັນ​ດາ​ການ​ກຳ​ນົດ​ທິດ, ນະ​ໂຍ​ບາຍ​ສຳ​ລັບ​ແຕ່​ລະ​ຂະ​ແໜງ, ແຕ່​ລະ​ຂົງ​ເຂດ​ຂອງ ຫວຽດ​ນາມ ເພື່ອ​​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ ແລະ ຜ່ານ​ຜ່າ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງ​ການ​ປະ​ຕິ​ບັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4, ຊ່ວຍ​ໃຫ້ ຫວຽດ​ນາມ ຮັດ​ແຄບ​ຊ່ອງ​ຫວ່າງ​ພັດ​ທະ​ນາ​ກັບ​ບັນ​ດາ​ປະ​ເທດ​ກ້າວ​ໜ້າ, ປະ​ຕິ​ບັດ​ຈຸດ​ໝາຍ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫ​ະ​ກຳຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ໄວ.”


ຂ່າວ/ບົດ​ອື່ນ