ກອງປະຊຸມສຳມະນາອາຊຽນດ້ວຍຍຸດທະສາດ “ມະຫາສະມຸດອິນເດຍ - ປາຊີຟິກເສລີພາບ ແລະ ເປີດກວ້າງ”

(VOVWORLD) -ວັນທີ 04 ເມສາ, ຢູ່ນະຄອນຫຼວງ ຈາກາຕາ (Jakarta), ປະເທດອິນໂດເນເຊຍ, ໄດ້ດຳເນີນກອງປະຊຸມສຳມະນາສະເຫຼີມສະຫຼອງ 45 ປີ ແຫ່ງວັນຮ່ວມມື ແລະ ມິດຕະພາບ ອາຊຽນ - ຍີ່ປຸ່ນ ດ້ວຍຫົວຂໍ້ວ່າ “ອາຊຽນດ້ວຍຍຸດທະສາດມະຫາສະມຸດອິນເດຍ - ປາຊີຟິກເສລີພາບ ແລະ ເປີດກວ້າງ”
ກອງປະຊຸມສຳມະນາອາຊຽນດ້ວຍຍຸດທະສາດ “ມະຫາສະມຸດອິນເດຍ - ປາຊີຟິກເສລີພາບ ແລະ ເປີດກວ້າງ” - ảnh 1ທ່ານ ສາດສະດາຈານ Yuichi Hosoya ມາຫາວິທະຍາໄລ Keio ຍີ່ປຸ່ນ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: vietnam+)

ໂດຍຄະນະຍີ່ປຸ່ນປະຈຳອາຊຽນ ສົມທົບກັບ ສະຖາບັນຄົ້ນຄວ້າແຫ່ງຊາດອິນໂດເນເຊຍ (LIPI) ຈັດຕັ້ງຂຶ້ນ. ໂດຍມີການເຂົ້າຮ່ວມຂອງບັນດາຜູ້ແທນລວມມີເຈົ້າໜ້າທີ່ລັດຖະບານອິນໂດເນເຊຍ, ຜູ້ຕາງໜ້າສະຖານທູດຂອງບັນດາປະເທດປະຈຳອິນໂດເນເຊຍ ແລະ ບັນດາອົງການຈັດຕັ້ງສາກົນ 200 ຄົນ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບສິ່ງທ້າທາຍຄວາມໝັ້ນຄົງໃນພາກພື້ນ, ພ້ອມທັງວິໄຈ ແລະ ຊີ້ແຈ້ງບັນດາກາລະໂອກາດເປີດໃໝ່ໃຫ້ແກ່ບັນດາປະເທດໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ