ກອງປະຊຸມສຳມະນາ“ຮ່າໂນ້ຍ-ມົດສະກູ2015,ບັນດາແງ່ຫວັງຮ່ວມມືໃນຂົງເຂດອຸດສາຫະກຳ,ການລົງທຶນ“

ກອງປະຊຸມສຳມະນາ“ຮ່າໂນ້ຍ-ມົດສະກູ2015,ບັນດາແງ່ຫວັງຮ່ວມມືໃນຂົງເຂດອຸດສາຫະກຳ,ການລົງທຶນ“ - ảnh 1

ການສະແດງສີລະປະໃນພິທີໄຂ“ຊຸມ​ວັນ​ຮ່າ​ໂນ້ຍ ຢູ່​ມົດ​ສະ​ກູ“

(vovworld) - ກອງ​ປະຊຸມ​ສຳ​ມະ​ນາ“ຮ່າ​ໂນ​້ຍ - ມົດ​ສະ​ກູ 2015, ບັນດາ​ແງ່​ຫວັງ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ, ການ​ລົງທຶນ, ການ​ຄ້າ ​ແລະ ການທ່ອງທ່ຽວ“ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ “ຊຸມ​ວັນ​ຮ່າ​ໂນ້ຍ ຢູ່​ມົດ​ສະ​ກູ“ ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ສົມທົບ​ກັບ​ສະຖານທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ຈັດ​ຕັ້ງ​ໃນ​ວັນ​ທີ 22/9, ຢູ່​ສູນ​ການຄ້າ ຮ່າ​ໂນ​້ຍ - ມົດ​ສະ​ກູ. ກອງ​ປະຊຸມ​ສຳ​ມະ​ນາ​ຖືກ​ແບ່ງ​ເປັນ​ສອງ​ວາລະ​ຕົ້ນຕໍ​ແມ່ນ: “ບັນດາ​ບັນຫາ​ຮີບ​ດ່ວນ​ໃນ​ການ​ພັດທະນາ​ການ​ຮ່ວມ​ມື​ລະຫວ່າງ​ມົດ​ສະ​ກູ ​ແລະ ຮ່າ​ໂນ້ຍ​ ໃນ​ຂົງ​ເຂດ​ທ່ອງ​ທ່ຽວ“ ​ແລະ “ການ​ຮ່ວມ​ມືດ້ານອຸດສາຫະກຳ ​ແລະ ການ​ລົງທຶນ, ການ​ພັດທະນາ​ດ້ານ​ການ​ຄ້າ ​ແລະ ຕະຫຼາດ​ໃຊ້​ສອຍ“. ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປະກອບ​ຄວາມ​ເຫັນ ​ແລະ ປຶກສາ​ຫາລື ກ່ຽວ​ກັບ​ກາລະ​ໂອກາດ ​ແລະ ​ເງື່ອນ​ໄຂ​ລະອຽດ​ຈາກ​ສອງ​ນະຄອນ ​ໃນ​ການ​ໜູນ​ຊ່ວຍ, ຊຸກຍູ້​ກນລົງທຶນ, ການ​ຄ້າ ​ແລະ ການທ່ອງທ່ຽວ​ສອງ​ຝ່າຍ. ຢູ່​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ມີ​ຫຼາຍ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ໄດ້​ຊອກ​ເຫັນ​ຄູ່​ຮ່ວມ​ມື​ໃນ​ການ​ສົ່ງ​ອອກ, ນຳ​ເຂົ້າ​ສິນຄ້າ ​ແລະ ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ.

 

ຂ່າວ/ບົດ​ອື່ນ