ກອງປະຊຸມສຳມະນາແຫ່ງຊາດກ່ຽວກັບເວທີປາໄສ ຄົນງງານອົບພະຍົບ ອາຊຽນ

ກອງປະຊຸມສຳມະນາແຫ່ງຊາດກ່ຽວກັບເວທີປາໄສ ຄົນງງານອົບພະຍົບ ອາຊຽນ - ảnh 1
ກອງ​ປະຊຸມສຳ​ມະ​ນາ​ແຫ່ງ​ຊາດ
ກະກຽມ​ໃຫ້​ເວທີ​ປາ​ໄສ​​ຄົນ​ງານ​ອົບ​ພະຍົບອາ​ຊຽນ
(ພາບ: laodongxahoionline.vn)


(vovworld) - ວັນ​ທີ 15 ສິງຫາ, ຢູ່​ນະຄອນ​ໂຮ່ຈິ​ມິນ, ກະຊວງ​ແຮ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໄດ້​ສົມທົບ​ກັບ​ອົງການ​ແຮງ​ງານ​ສາກົນ (ILO) ຈັດ​ຕັ້ງ​ກອງ​ປະຊຸມສຳ​ມະ​ນາ​ແຫ່ງ​ຊາດກະກຽມ​ໃຫ້​ເວທີ​ປາ​ໄສ​​ຄົນ​ງານ​ອົບ​ພະຍົບອາ​ຊຽນ ຄັ້ງ​ທີ 6. ກອງ​ປະຊຸມ​ສຳ​ມະ​ນາ ​ແມ່ນ​ເພື່ອ​ແນ​ໃສ່​ແບ່ງປັນ​ຂໍ້​ມູນກ່ຽວ​ກັບ​​ຄວາມ​ຄືບ​ໜ້າ ​ແລະ ການ​ປະຕິບັດ​ບັນດາ​ຄຳ​ສະ​ເໜີຂອງ​ເວທີ​ປາ​ໄສຄົນ​ງານ​ອົບ​ພະຍົບອາ​ຊຽນ ຄັ້ງ​ທີ 3, ທີ 4 ​ແລະ ທີ 5 ຢູ່​ຫວຽດນາມ, ພ້ອມ​ທັງ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຫົວ​ຂໍ້ ​ແລະ ຄຳ​ຕັກ​ເຕື່ອນຂອງ​ເວທີ​ປາ​ໄສ​​ຄົນງານ​ອົບ​ພະຍົບອາ​ຊຽນ ຄັ້ງ​ທີ 6 ​ເຊິ່ງຈະ​ດຳ​ເນີນຢູ່ ບຣຸ​ໄນ ​ໃນ​ເດືອນ​ ພະຈິກ ປີ 2013. ​ເຂົ້າ​ຮ່ວມ​ແລະ ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ລັດຖະມົນຕີກະຊວງ​ແຮ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫງວຽນ​ແທງ​ຮ່ວາ ຢືນຢັນ​ວ່າ ຫວຽດນາມ ​ເອົາ​ໃຈ​ໃສ່​​​ເປັນ​ພິ​ເສດ​ເຖິງ​ການ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຄົນ​ງານ ຜ່ານ​ການ​ປັບປຸງ​ກົດໝາຍ ​ແລະ ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ, ​ໂຄງການ​ລະອຽດ ​ເພື່ອ​ປະຕິບັດ​ເນື້ອ​ໃນ​ດັ່ງ​ກ່າວ. ຫວຽດນາມ ຕັ້ງໜ້າ​​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ ​ແລະ ປະຕິບັດ​ຂໍ້​ລິ​ເລີ່​ມຂອງ​ພາກ​ພື້ນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປົກ​ປ້ອງ​ສິດ​ຂອງ​ຄົນ​ງານ.
ຂ່າວ/ບົດ​ອື່ນ