ກອງປະຊຸມສຳມະນາ ສາກົນ “ຝລັ່ງ - ເອີລົບ - ຫວຽດນາມ ແຕ່ປີ 1954”

ກອງປະຊຸມສຳມະນາ ສາກົນ “ຝລັ່ງ - ເອີລົບ - ຫວຽດນາມ ແຕ່ປີ 1954” - ảnh 1
ກອງ​ປະຊຸມສຳ​ມະ​ນາສາ​ກົນ “ຝລັ່ງ - ​ເອີ​ລົບ - ຫວຽດນາມ ​ແຕ່​ປີ 1954”
(ພາບ: Vietnam+)


(vovworld) - ກອງ​ປະຊຸມສຳ​ມະ​ນາສາ​ກົນ “ຝລັ່ງ - ​ເອີ​ລົບ - ຫວຽດນາມ ​ແຕ່​ປີ 1954” ຖືກ​ດຳ​ເນີນ​​ໄປ​ແຕ່​ວັນ​ທີ 16 – 18/01, ຢູ່​ນະຄອນຫຼວງ​ປາຣີ, ປະ​ເທດ​ຝລັ່ງ, ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ຂອບ​ເຂດ​ປີ​ພົວພັນ​ແລກປ່ຽນ ຫວຽດນາມ - ຝລັ່ງ, ຝລັ່ງ - ຫວຽດນາມ 2013 – 2014 ​ແລະ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ຝລັ່ງ. ເຂົ້າ​ຮ່ວມກອງ​ປະຊຸມ​ສຳ​ມະ​ນາ​, ມີບັນດາ​ນັກ​ປະຫວັດສາດ, ຜູ້​ຊ່ຽວຊານ ​ແລະ ບັນດາ​ຜູ້​​ເປັນຕົວ​ພະຍານ​ຫຼັກ​ຖານ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ກັບ​ຝລັ່ງ ​ແລະ ​ເອີ​ລົບ ຢ່າງຮອບດ້ານ ນັບ​ແຕ່​ເມື່ອ​ສັນຍາ ​ເຊີ​ແນວ ກ່ຽວ​ກັບ​ສັນຕິພາບ​ຫວຽດນາມ ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 1954, ພ້ອມ​ທັງ​ຊີ້​ແຈ້ງ​ບັນດາ​ແງ່​ຫວັງ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ຝລັ່ງ ດ້ວຍ​ເລື່ອງ 2 ປະ​ເທດ​ໄດ້​ຍົກ​ການ​ພົວພັນ 2 ຝ່າຍ​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ.

        ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ກ່າວ​ຄຳ​ເຫັນ ​ແລະ ປຶກສາ​ຫາລື​ບັນດາ​ຫົວ​ເລື່ອງ​ລົງ​ເລິກ​ຄື ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ, ການ​ເມືອງ, ​ເສດຖະກິດ, ການ​ຄ້າ... ກ່ຽວ​ກັບ​ແງ່​ຫວັງ​ພັດທະນາການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ໄລຍະ​ຈະ​ມາ​ເຖິງ, ພົນ​ຈັດ​ຕາ​ວາ Daniel Schaeffer, ອະດີດທູດ​​ທະຫານ​ຄົນ​ທຳ​ອິດ​ຂອງຝລັ່ງປະຈຳ​ຫວຽດນາມ ຖື​ວ່າ, ບັນດາ​ແງ່​ຫວັງ​ແມ່ນ​ໃຫຍ່​ຫຼວງ​ຢູ່, ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ສະໜອງ​ບັນດາ​ເຕັກ​ໂນ​ໂລ​ຊີ​ດ້ານ​ການ​ທະ​ຫານ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ນາຍ​ທະຫານ, ຝຶກອົບຮົມ​ເພື່ອ​ໃຫ້​ກອງທັບ​ຫວຽດນາມ ສາມາດ​ນຳ​ໃຊ້​ບັນດາ​ພາຫະນະເຄື່ອງຈັກ​ທີ່​ທັນ​ສະ​ໄໝ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ