ກອງປະຊຸມສຳມະນາ “ເລີ່ມຮຽບຮຽງວັດຈະນານຸກົມ ຫວຽດນາມ”

ກອງປະຊຸມສຳມະນາ “ເລີ່ມຮຽບຮຽງວັດຈະນານຸກົມ ຫວຽດນາມ” - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ

(vovworld) - ກອງ​ປະ​ຊຸມ​ສຳ​ມະ​ນາ​ “ເລີ່ມ​​ຮຽບ​ຮຽງ​ວັດ​ຈະ​ນາ​ນຸ​ກົມ ຫວຽດ​ນາມ” ໂດ​ຍ​​ສ​ະ​ຖາ​ບັນ​ດິດ​ວິ​ທະ​ຍາ​ສາ​ດ ແລະ ສັງ​ຄົມ ຫວຽດ​ນາມ, ​ສະ​ພາ​ຊີ້​ນຳ​ຮຽ​ບ​ຮຽງ​ວັດ​ຈະ​ນາ​ນຸ​ກົມ ຫວຽດ​ນາມ ຄະ​ນະ​ຮັບ​ຜິດ​ຊອບ​ແຜນ​ຮ່າງ​ຮຽບ​ຮຽງ​ວັດ​ຈະ​ນາ​ນຸ​ກົມ ຫວຽດ​ນາມ ຈັດ​ຕັ້ງ ໃນ​ວັນ​ທີ 26/2 ຢູ່​ຮ່າ​ໂນ້ຍ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຖ​ື​ວ່າ: ວັດ​ຈະ​ນາ​ນຸ​ກົມ ຫວຽດ​ນາມ ຕ້ອງ​​ມີ​ຈຸດ​ພິ​ເສດ ແລະ ສີ​ສັນ ຫວຽດ​ນາມ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ແນະ​ນຳ​ບັນ​ດາ​ມໍ​ລະ​ດົກ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ, ບັນ​ດາ​ຜົນ​ງານ​ດ້ານ​ວິ​ທະ​ຍາ​ສາດ ເຕັກ​ນິກ, ​ເຕັກ​ໂນ​ໂລຢ​ີ ແລະ ​ການ​ເຄື່ອນ​ໄຫວ​ການ​ເມືອງ, ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ. ຊຸດ​ປຶ້ມ​ວັດ​ຈະ​ນາ​ນຸ​ກົມ​ຕ້ອງ​ແມ່ນ​ສາງ​ພູມ​ປັນ​ຍາ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຂອງ​ ຫວຽດ​ນາມ ໃນ​ທຸກໆ​ຂົງ​ເຂດ: ວິ​ທະ​ຍາ​ສາດ​ສັງ​ຄົມ, ວິ​ທະ​ຍາ​ສາດ​ມະ​ນຸດ​ສາດ, ວັດ​ທະ​ນະ​ທຳ ສິ​ລະ​ປະ, ວິ​ທະ​ຍາ​ສາດ​ທຳ​ມະ​ຊາດ ແລະ ເຕັກ​ໂນ​ໂລຢ​ີ, ​ການປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ.


ຂ່າວ/ບົດ​ອື່ນ