ກອງປະຊຸມຮ່ວມມືຄັ້ງທີ 4 ລະຫວ່າງສະພາແຫ່ງຊາດ ຫວຽດນາມ, ລາວ ແລະ ກຳປູເຈຍ

ກອງປະຊຸມຮ່ວມມືຄັ້ງທີ 4 ລະຫວ່າງສະພາແຫ່ງຊາດ ຫວຽດນາມ, ລາວ ແລະ ກຳປູເຈຍ - ảnh 1
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
ພາບ: xaluan.com


(vovworld)-  ວັນ​ທີ 3/3 ຢູ່ ກຳປູ​ເຈຍ, ກອງ​ປະຊຸມ​ຮ່ວມ​ມື​ຄັ້ງ​ທີ 4 ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ກ່ຽວ​ກັບ​ “ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ​ທີ່​ມີ​ຕໍ່​ງົບປະມານ​ແຫ່ງ​ລັດ” ດ້ວຍ​ຫົວ​ຂໍ້​ວ່າ​: ​ເພີ່ມ​ທະວີ​ບົດບາດ​ຕິດ​ຕາມ​ກວດກາ​ງົບປະມານ​ແຫ່ງ​ລັດ​ຜ່ານ​ການ​ບໍລິຫານ​ລັດຢ່າງ​ມີ​ປະສິດທິ​ຜົນ” ​ໄດ້​ຖືກ​ໄຂ​ຂຶ້ນ​ຢູ່ ນະຄອນຫລວງ ພະນົມ​ເປັນ​ປະ​ເທດ ກຳປູ​ເຈຍ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ Heng Samrin ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ ບູ່​ຍດັ້ງ​ຢູງ, ຮອງ​ຫົວຫນ້າ​ກຳມາ​ທິການ​ການ​ເງິນ - ງົບປະມານ ຂອງ​ສະພາ​ແຫ່ງ​ຊາດ ​ເປັນ​ຫົວຫນ້າ​ຄະນະ. ກ່າວ​ຄຳ​ປາ​ໄສ​​ໄຂ​ກອງປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ Heng Samrin ​ເນັ້ນ​ຫນັກ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ກາລະ​ໂອກາດ​ເພ່ືອ​ໃຫ້​ບັນດາ​ຝ່າຍ​ແລກປ່ຽນ​ທັດສະນະ​ຢູ່​ຂັ້ນ​ວາງ​ແຜນ​ນະ​ໂຍບາຍ ​ແລະ ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ງົບປະມານ​ແຫ່​ງລັດ​ເວົ້າ​ລວມ, ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ເນື້ອ​ໃນ​ຄື: ການຄຸ້ມ​ຄອງ​ງົບປະມານ​ແຫ່ງ​ລັດ, ການ​ປະສານ​ສົມທົບ​ລະຫວ່າງ​ບັນດາອົງການຂອງ​ສະພາ​ແຫ່ງ​ຊາດ​ໃນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ງົບ​ປະມານ​ແຫ່ງ​ລັດ, ບົດຮຽນ​ການ​ຄຸ້ມ​ຄອງ​ງົບປະມານ​ຂອງ​ບັນດາ​ປະ​ເທດ​ພວມ​ພັດທະນາ ​ແລະ ບັນຫາ​ທີ່​ວາງ​ອອກ​ຕ່າງໆ​ໃຫ້​ແກ່​ທັງ​ສາມ​ປະ​ເທດ. ນອກ​ນັ້ນ ກອງ​ປະຊຸມ​ຍັງ​ປຶກສາ​ຫາລື​ສ້າງ​ກົນ​ໄກ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກຳມາ​ທິການ​ກ່ຽວຂ້ອງ​ຂອງ​ສະພາ​ແຫ່ງ​ຊາດ​ສາມ​ປະ​ເທດ​ໃນ​ການ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ດ້ານ​ການ​ເງິນ, ງົບປະມານ​ແຫ່ງ​ລັດຢ່າງ​ແຫນ້ນ​ແຟ້ນ ​ແລະ ລຽນຕິດ​ກວ່າ​ອີກ ​ເພື່ອ​ຮັບ​ໃຊ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ​ປະ​ເທດ​ຊາດ.

 

 

 

ຂ່າວ/ບົດ​ອື່ນ