ກອງປະຊຸມເທື່ອທີ 36 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ຈະໄຂຂຶ້ນໃນວັນທີ 12 ສິງຫາ

(VOVWORLD) - ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ຫາກໍ່ແຈ້ງໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 12 – 16 ສິງຫາ 2019, ກອງປະຊຸມເທື່ອທີ 36 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະດຳເນີນຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ທີ່ນະຄອນຫລວງ ຮ່າໂນ້ຍ.
ກອງປະຊຸມເທື່ອທີ 36 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ຈະໄຂຂຶ້ນໃນວັນທີ 12 ສິງຫາ - ảnh 1 ກອງປະຊຸມເທື່ອທີ 36 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ຈະໄຂຂຶ້ນໃນວັນທີ 12 ສິງຫາ

ຕາມລາຍການທີ່ຄາດຄະເນແລ້ວ, ທີ່ກອງປະຊຸມຄັ້ງນີ້ ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ໃຫ້ຄຳເຫັນກ່ຽວກັບບາງບັນຫາທີ່ມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍ 5 ສະບັບຄື: ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ; ກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ); ປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ); ກົດໝາຍວ່າດ້ວຍກຳລັງສຳຮອງເພື່ອລະດົມພົນ; ກົດໝາຍວ່າດ້ວຍຫໍສະໝຸດ. ໄປຄຽງຄູ່ກັນນັ້ນ, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາຮ່າງມະຕິອະທິບາຍບາງມາດຕາຂອງກົດໝາຍວ່າດ້ວຍຜັງເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ