ກອງປະຊຸມເຜີຍແຜ່ກ່ຽວກັບວຽກງານຊາຍແດນປີ 2012

ກອງປະຊຸມເຜີຍແຜ່ກ່ຽວກັບວຽກງານຊາຍແດນປີ 2012 - ảnh 1
ກອງ​ປະຊຸມ​​ເຜີຍ​ແຜ່​ວຽກ​ງານ​ຊາຍ​ແດນ​ປີ 2012
(ພາບ: tinhuyhue.vn)


(vovworld) -     ກອງ​ປະຊຸມ​​ເຜີຍ​ແຜ່​ວຽກ​ງານ​ຊາຍ​ແດນ​ປີ 2012​ໃຫ້​ນັກ​ສຶກສາ ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 13/11 ຢູ່​ນະຄອນ​ Hue, ​ແຂວງ Thua Thien Hue. ທີ່​ກອງ​ປະຊຸມ, ບັນດາ​ສະມາຊິກ​ໄດ້​ຮັບ​ຟັງຫົວ​ເລື່ອງ​ສະ​ເພາະ​ທີ່​ກ່ຽວຂ້ອງ​ເຖິງ​ເສັ້ນ​ຊາຍ​ແດນທາງບົກ ລະຫວ່າງ ຫວຽດນາມ - ລາວ - ກຳປູ​ເຈຍ; ວິວັດການ​ເຄື່ອນ​ໄຫວ​​ປັກ​ຫຼັກ​ໝາຍ​ຖີ່ ​ແລະ ບຸລະນະ ລະບົບ​ຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ, ການ​ເຄື່ອ​ນ​ໄຫວ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ຢູ່ເຂດ​ຊາຍ​ແດນ ​ແລະ ການ​ພົວພັນ​ອັນສະໜິດ​ແໜ້ນ​ລະຫວ່າງ​ຫວຽດນາມ - ລາວ - ກຳປູ​ເຈຍ ​ໃນ​ໄລຍະ​ປະຈຸ​ບັນ; ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ Hoang Sa ​ແລະ  Truong Sa. ນີ້​ແມ່ນ​ໂອກາດ​ເພື່ອ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້, ຄວາມ​ເອກອ້າງ​ຖະນົງ​ໃຈ, ສະຕິ​ເຊີດ​ຊູ ຊົນ​ຊາດ ​ແລະ ນ້ຳ​ໃຈ​ຮັບຜິດຊອບຂອງ​ນັກ​ສຶກສາ​ຢູ່​ມະຫາວິທະຍາ​ໄລ Hue ​ເວົ້າສະ​ເພາະ, ຂອງ​ປັນຍາ​ຊົນ​ໜຸ່ມ​ ຫວຽດນາມ ເວົ້າ​ລວມ ທີ່​ມີ​ຕໍ່​ບັນດາ​ບັນຫາ​ຊາຍ​ແດນຜືນ​ແຜ່ນດິນ ​ແລະ ການການ​ເຄື່​ອນ​ໄຫວການ​ຕ່າງປະ​ເທດຂອງປະເທດຊາດໃນໄລຍະປະຈຸບັນ.

ຂ່າວ/ບົດ​ອື່ນ