ກອງປະຊຸມໃຫຍ່ຄັ້ງທີ12ຂອງພັກແມ່ນຂີດໝາຍໃໝ່ໃນພາລະກິດສ້າງສາແລະປົກປັກຮັກສາປະເທດຊາດ

ກອງປະຊຸມໃຫຍ່ຄັ້ງທີ12ຂອງພັກແມ່ນຂີດໝາຍໃໝ່ໃນພາລະກິດສ້າງສາແລະປົກປັກຮັກສາປະເທດຊາດ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​
ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ
(ພາບ: TTXVN)


(vovworld) –​ ​ ​​ຕອນ​ຄ່ຳ​ວັນ​ທີ 28/01, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ຫ້ອງ​ວ່າການ​ສູນ​ກາງ​ພັກ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່​ຽວ​ໄດ້​ຈັດງານ​ລາ​ຕີ​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸ​ມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ມີ​ນັກສະ​ແດງ, ນັກ​ສິ​ລະ​ປີນ, ເຂົ້າ​ຮ່ວມ​ບັນ​ດາ​ລາຍ​ການສະ​ແດງ​ສິ​ລະ​ປະ​ຍ້ອງ​ຍໍ​ຊົມ​ເຊີຍ​ພັກອັງ​ສະ​​ຫງ່າ, ປະ​ທານ​ໂຮ່​ຈິ​ມິນ ແລະ ຊາດ​ຫວຽດ​ນາມ​ ວິ​ລະ​ຊົນ… ກ່າວ​ຄຳ​ເຫັນ​ທີ່​ລ​າຍ​ການ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ ຢືນ​ຢັນ​ວ່າ.

      “ພວກ​ເຮົາ​ໝັ້ນ​ໝາຍ​ຄວາມ​ຕັດ​ສິນ​ໃຈ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອ​ງ​ປະ​ທານ​ໂຮ່​ຈິ​ມິນ, ຕ້ອງ​ຮັກ​ສາ​ຄ​ວາມ​ສະ​ມັກ​ຄີ​ໃນ​ພັກ ຄື​ຮັກ​ສາ​ແກ້ວ​ຕາ​ຂອງ​ຕົນ. ຕ້ອງ​ເຮັດ​ໃຫ້​ພັກ​ກອມ​ມູນ​ິດ​ຫວຽດ​ນາມ ແມ່ນຄຸນ​ສົມ​ບັດ, ແມ່ນ​ສີ​ວິ​ໄລ​ເພື່ອ​ນຳ​ພາ​ປະ​ຊາ​ຊົນ​ເຮົ​າ​ຢືດ​ໝັ້ນ​​ເສັ້ນ​ທາງ​ໂດຍ​ພັກ, ປະ​ທານ​ໂຮ່​ຈິ​ມິນ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ໄ​ດ້​ເລືອກ​ເຟັ້ນ. ຂ້າ​ພະ​ເຈົ້າ​ຫວັງ​ວ່າອົງ​ຄະ​ນະ​ພັກ​, ອຳ​ນາດ​ການ​ປົກ​ຄອງທຸກ​ຂັ້ນ, ແນວ​ໂຮ​ມ​ປະ​ເທດ​ຊາດ ແລະ ​ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ​​ສາ​ມັກ​ຄີເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ສຸມ​ໃສ່​ຊີ້​ນຳ​ນຳ​ພາ, ລະ​ດົມ​ກຳ​ລັງ​ໃຈ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ ຍູ້​ແຮງ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ​ການ​ເຄື່ອນ​ໄຫວ​ຊົມ​ເຊີຍ​ພັກ, ຊົມ​ເຊີຍ​ລະ​ດູ​ບານ​ໃໝ່ ​ຕ້ອງ​ຕິດ​ພັນກັບ​ວຽກ​ງານ​ໂຄ​ສະ​ນາ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ປະ​ຕິ​ບັດ​ການ​ຮ່ຳ​ຮຽ​ນ​, ຊາບ​ຊຶມ​ເນື້ອ​ໃນ​​ມະ​ຕິຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ນຳ​ມະ​ຕິ​ເຂົ້າ​ສ​ູ່ຊີ​ວິດ​ຕົວ​ຈິງ, ສູ້​ຊົນ​ນຳ​ປະ​ເທດ​ໃຫ້​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັ​ນ​ສະ​ໄໝ​ໂດຍ​ພື້ນ​ຖານ”.

ຂ່າວ/ບົດ​ອື່ນ