ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມມິດຕະພາບຫວຽດນາ-ຈີນອາຍຸການທີ 6

(VOVWORLD) -ຕອນບ່າຍວັນທີ 03 ສິງຫາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມມິດຕະພາບຫວຽດນາມ - ຈີນ, ອາຍຸການທີ 6 (2017 - 2022) ຖືກດຳເນີນຢູ່ຮ່າໂນ້ຍ. ກອງປະຊຸມໄດ້ເຈລະຈາເລືອກຕັ້ງຄະນະບໍລິຫານງານສະມາຄົມອາຍຸການ 2017 – 2020 ລວມມີກຳມະການ 70 ຄົນ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມມິດຕະພາບຫວຽດນາ-ຈີນອາຍຸການທີ 6 - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ

 ກ່າວຄຳເຫັນທີ່ກອງປະຊຸມໃຫຍ່

(ພາບ: baochinhphu.vn)

 ທ່ານສາດສະດາຈານ, ປະລິຍາເອກ ຫງວຽນຊວນທັ໋ງ, ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ປະທານສູນກາງສະມາຄົມມິດຕະພາບຫວຽດນາມ - ຈີນ ອາຍຸການ 2012 – 2017 ໄດ້ດຳຮັບເລືອກຕັ້ງເປັນປະທານສູນກາງສະມາຄົມມິດຕະພາບຫວຽດນາມ - ຈີນ ອາຍຸການ 2017 – 2020 ຄືນໃໝ່.

        ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຕີລາຄາສູງ, ຊົມເຊີຍບັນດາຜົນງານສຳຄັນເຊິ່ງສະມາຄົມມິດຕະພາບຫວຽດນາມ - ຈີນ ຍາດມາໄດ້ໃນອາຍຸການ 2012 – 2017. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີວ່າ, ໃນອາຍຸການ 2017 – 2020, ສະມາຄົມມິດຕະພາບຫວຽດນາມ - ຈີນ ຈະສຸມໃສ່ຜັນຂະຫຍາຍບາງວຽກງານຄື: ເພີ່ມທະວີການພົວພັນແລກປ່ຽນມິດຕະພາບ, ປັບປຸງພື້ນຖານສັງຄົມຢ່າງໝັ້ນຄົງໃຫ້ການພົວພັນລະຫວ່າງ 2 ປະເທດ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານໂຄສະນາກ່ຽວກັບການພົວພັນຮ່ວມມືຫວຽດນາມ - ຈີນ; ຕັ້ງໜ້າປະກອບສ່ວນຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງ 2 ປະເທດ…

        ໂດຍຕາງໜ້າສະຖານທູດຈີນ ປະຈຳຫວຽດນາມ, ທ່ານເອກອັກຄະລັດຖະທູດຈີນ ໂຄງແຊ໋ວຢູງ ຢືນຢັນວ່າ, ສະຖານທູດຈີນ ປະຈຳຫວຽດນາມ ປາດຖະໜາຢາກຮ່ວມມືກັບສະມາຄົມມິດຕະພາບຫວຽດນາມ - ຈີນ ຢ່າງແໜ້ນແຟ້ນ ເພື່ອເສີມຂະຫຍາຍຈິດໃຈມີຫົວຄິດປະດິດສ້າງ, ເຮັດໃຫ້ບັນດາເນື້ອແທ້ ແລະ ຮູບການການທູດປະຊາຊົນມີຄວາມອຸດົມສົມບູນຢ່າງບໍ່ຢຸດຢັ້ງ, ສ້າງບັນດາຂົວຕໍ່ໃໝ່ໃຫ້ແກ່ປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ