ກອງປະຊຸມ APPF-26: ເສີມຂະຫຍາຍບັນດາໝາກຜົນຂອງສັບປະດາຂັ້ນສູງ APEC ໃນຊ່ອງລັດຖະສະພາ

(VOVWORLD) - ເລື່ອງ APPF ແລະ ລັດຖະສະພາສະມາຊິກ ເຊື່ອໝັ້ນມອບໝາຍໃຫ້ ສະພາແຫ່ງຊາດ ຫວຽດນາມ ບົດບາດເປັນປະທານ APPF ແລະ ມອບສິດເປັນເຈົ້າພາບຈັດຕັ້ງກອງປະຊຸມປະຈຳປີຄັ້ງທີ 26 ຂອງ APPF
ກອງປະຊຸມ APPF-26: ເສີມຂະຫຍາຍບັນດາໝາກຜົນຂອງສັບປະດາຂັ້ນສູງ APEC ໃນຊ່ອງລັດຖະສະພາ - ảnh 1ທ່ານນາງ ຫງວຽນທິກິມເງິນ ທີ່ກອງປະຊຸມ 

ກອງປະຊຸມປະຈຳປີຄັ້ງທີ 26 ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF – 26) ໂດຍສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງຈະໄຂຂຶ້ນໃນວັນທີ 18 ມັງກອນ ຢູ່ຮ່າໂນ້ຍ. ເມື່ອຕອບສຳພາດຕໍ່ສື່ມວນຊົນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ: ເລື່ອງ APPF ແລະ ລັດຖະສະພາສະມາຊິກ ເຊື່ອໝັ້ນມອບໝາຍໃຫ້ ສະພາແຫ່ງຊາດ ຫວຽດນາມ ບົດບາດເປັນປະທານ APPF ແລະ ມອບສິດເປັນເຈົ້າພາບຈັດຕັ້ງກອງປະຊຸມປະຈຳປີຄັ້ງທີ 26 ຂອງ APPF ໄດ້ສະແດງໃຫ້ເຫັນບົດບາດ ແລະ ອິດທິພົນຊື່ສຽງນັບມື້ນັບສູງຂອງສະພາແຫ່ງຊາດ ຫວຽດນາມ ໃນບັນດາການເຄື່ອນໄຫວການທູດລັດຖະສະພາພາກພື້ນ ແລະ ສາກົນ.

        ຕາມທ່ານນາງປະທານສະພາແຫ່ງຊາດ ແລ້ວ, ກອງປະຊຸມ APPF -26 ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງການເຄື່ອນໄຫວການທູດ ຫວຽດນາມ, ພ້ອມທັງສະແດງບົດບາດ ແລະ ຄວາມຮັບຜິດຊອບຂອງສະພາແຫ່ງຊາດ ຫວຽດນາມ ໃນ APPF. ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ເພີ່ມທະວີການພົວພັນການທູດ 2 ຝ່າຍລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດປະເທດຕ່າງໆ; ສົ່ງສານ ແລະ ພາບພົດກ່ຽວກັບສະພາແຫ່ງຊາດປ່ຽນໃໝ່, ຂະຫຍັນຂັນເຄື່ອນ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຖິງເພື່ອນມິດສາກົນຢ່າງແຮງ.

        ທີ່ກອງປະຊຸມ, ສະພາແຫ່ງຊາດ ຫວຽດນາມ ສະເໜີກອງປະຊຸມຮັບຮອງເອົາຖະແຫຼງການຮ່າໂນ້ຍ ກ່ຽວກັບວິໄສທັດໃໝ່ຂອງການພົວພັນຄູ່ຮ່ວມລັດຖະສະພາ ອາຊີ - ປາຊີຟິກ ເພື່ອແນໃສ່ກຳນົດບັນດາຈຸດສຸມບົນເສັ້ນທາງແຫ່ງການພັດທະນາໃນຕໍ່ໜ້າຂອງ APPF. ກອງປະຊຸມກໍ່ມີຄວາມໝາຍສຳຄັນເມື່ອໃຫ້ຂ່າວຢ່າງກ້ວາງຂວາງເຖິງ ປະຊາຊົນ ຫວຽດນາມ ແລະ ເພື່ອນມິດສາກົນ ກ່ຽວກັບສະພາແຫ່ງຊາດ ຫວຽດນາມ, ບັນດາການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ດ້ວຍບົດບາດແມ່ນປະເທດເຈົ້າພາບຂອງ APPF -26.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ເລື່ອງຈັດຕັ້ງກອງປະຊຸມພ້ອມກັບບັນດາການເຄື່ອນໄຫວການຕ່າງປະເທດໃຫຍ່ອື່ນໆຂອງ ຫວຽດນາມ ແມ່ນສານກ່ຽວກັບປະເທດສັນຕິພາບ, ສະຖຽນລະພາບ, ພັດທະນາ; ສະພາແຫ່ງຊາດ ປ່ຽນໃໝ່, ມີຫົວຄິດປະດິດສ້າງ ແລະ ເຊື່ອມໂຍງ; ຊາວ ຫວຽດນາມ ສະໜິດສະໜົມ, ຂະຫຍັນຂັນເຄື່ອນ ແລະ ເປີດເຜີຍ.

ຕອບກັບ

ຂ່າວ/ບົດ​ອື່ນ