ກອງະປະຊຸມຄັ້ງທີ 6 ສະພາທິດສະດີ ສູນກາງ

ກອງະປະຊຸມຄັ້ງທີ 6 ສະພາທິດສະດີ ສູນກາງ - ảnh 1
ທ່ານ ດິງ​ເທ່ຮິງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 2/1, ຢູ່ ຮ່າ​ໂນ້ຍ, ສະພາ​ທິດ​ສະ​ດີ​ສູນ​ກາງ ອາຍຸ​ການ 2011 – 2015 ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທີ 6. ກ່າວ​ຄຳ​ເຫັນ​ໄຂກອງ​ປະຊຸມ, ທ່ານ ດິງ​ເທ່ຮິງ (Dinh The Huynh), ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ ​ໄດ້​ເປີ​ດ​ເຜີຍ​ບາງ​ເນື້ອ​ໃນ​ເພື່ອ​ໃຫ້​ບັນດາ​ສະມາຊິກ​​ໃນສະພາ​ສຸມ​ໃສ່​ປຶ​ກສາ​ຫາລື ​ເຮັດ​ໃຫ້​ລະອຽດ, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບບັນດາ​ຮ່າງ​ບົດ​ລາຍງານ​​ໃຫ້​ຄຳ​ປຶກສາ. ບັນດາ​ເນື້ອ​​ໃນ​ນັ້ນ​ແມ່ນ: ສືບ​ຕໍ່​ປ່ຽນ​ໃໝ່ ​ແລະ ສ້າງ​ສຳ​ເລັດ​ລະບົບ​ການ​ເມືອງ​ຈາກ​ສູນ​ກາງ​ລົງ​ຮອ​ດຮາກ​ຖານ, ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ ທີ່​ມີ​ຕໍ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່, ກ່ຽວ​ກັບ “​ແຜນ​ນະ​ໂຍບາຍ, ມາດ​ຕະການ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຍູ້​ແຮງ​ວຽກ​ງານ​ຮັກສາ​ຊັບພະຍາກອນ, ສິ່ງ​ແວດ​ລ້ອມ”. ​ທ່ານ ດິງ​ເທ່ຮິງ (Dinh The Huynh) ເນັ້ນ​ໜັກ​ວ່າ: ກອງ​ປະ​ຊຸມ​ຄັ້ງນີ້​ຂອງ​ສະພາ​ທິດ​ສະ​ດີ​ສູນ​ກາງ ມີ​ຫຼາຍ​ເນື້ອ​ໃນ​ສຳຄັນ, ທ່ານສະ​ເໜີ​ໃຫ້​ບັນດາ​ສະມາຊິກ​ຂອງ​ສະພາ​ເສີມ​ຂະຫຍາຍ​ຈິດ​ໃຈ​ຮັບ​ຜິດ​ຊອບ, ປະຊາທິປະ​​ໄຕ, ກົງ​ໄປ​ກົງ​ມາ, ປະກອບ​ບັນດາ​ຄຳ​ເຫັນ​ທີ່ແທດ​ຈິງ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ, ສ້າງ​ສຳ​ເລັດ​ບົດ​ລາຍ​ງານ​ໃຫ້​ຄຳປຶກສາ ​ເພື່ອ​ຍື່ນ​ສະ​​ເໜີ​ຕໍ່​ກົມ​ການ​ເມືອງ ​ແລະ ຄະນະ​ເລຂາສູນ​ກາງ​ພັກ.

 

ຂ່າວ/ບົດ​ອື່ນ