ກະຊວງອຸດສາຫະກຳແລະການຄ້າເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບສັນຍາການຄ້າເສລີບາງສະບັບ

ກະຊວງອຸດສາຫະກຳແລະການຄ້າເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບສັນຍາການຄ້າເສລີບາງສະບັບ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 19/01 ຢູ່​ດ່າ​ໜັງ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຈັດ​ຕັ້ງ​ກອງ​ປະຊຸມ “​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ກ່ຽວ​ກັບສັນຍາ​ການ​ຄ້າ​ເສລີ​ບາງ​ສະບັບ ທີ່ຫາ​ກໍ່​ໄດ້​ຮັບ​ການ​ລົງ​ນາມ ຫລື ສິ້ນ​ສຸດ​ການ​ເຈລະຈາ” ​​​ເຖິງ​ບັນ​ດາ​ພະ​ແນ​ກ, ຂະ​ແໜງ​ການ ​ແລະ ວິ​ສາ​ຫະກິດ​ຕ່າງໆ​ໃນ​ບໍລິ​ເວນ​ນະ​ຄອນ ດ່າ​ໜັງ. ປີ 2015, ຫວຽດນາມ ລົງ​ນາມ​ໃນ​ສັນຍາ​ສຳຄັນ 4 ສະບັບ​ກັບ​ບັນດາ​ພາກ​ພື້ນ​​ຕະຫລາດ​ໃຫຍ່, ນັ້ນ​ແມ່ນ: ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສະຫະພາບ​ ​ເອີ​ລົບ (EU), ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ພັນທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ ​ແລະ ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ​ເກົາຫຼີ. ບັນດາ​ສັນຍາ​ຫາ​ກໍ່​ໄດ້​ຮັບ​ການ​ລົງ​ນາມ ​ແລະ ​​ໃກ້​ຈະ​ລົງ​ນາມ ຈະ​ສ້າງ​ກາລະ​ໂອກາດ​ໃໝ່​ຫລາຍ​ຢ່າງ​ໃຫ້​ແກ່ການ​ສົ່ງ​ອອກ, ບັນດາ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ​ຂອງ ຫວຽດນາມ. ​ເລື່ອງ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ບັນດາ​ສັນຍາ​ການ​ຄ້າ ​ແມ່ນ​ບັນດາ​ບາດກ້າວທຳ​ອິດ ​ເພື່ອສຳຜັດ​​ກັບ​ອຳນາດ​ການ​ປົກຄອງທ້ອງ​ຖິ່ນ, ວິ​ສາ​ຫະກິດ ​ແລະ ປະຊາຊົນ.

 




ຂ່າວ/ບົດ​ອື່ນ