ກະສິກຳຫວຽດນາມຕ້ອງ ມີນະໂຍບາຍຄົບຊຸດ ເພື່ອປ່ຽນໃໝ່ປະດິດສ້າງ


 ກະສິກຳຫວຽດນາມຕ້ອງ ມີນະໂຍບາຍຄົບຊຸດ ເພື່ອປ່ຽນໃໝ່ປະດິດສ້າງ - ảnh 1

(ພາບ: Bao Ninh Bình))

(vovworld)-  ທີ່​ກອງ​ປະຊຸມ​ສຳ​ມະ​ນາ “ປ່ຽນ​ໃໝ່​ປະດິດ​ສ້າງ​ໃນ​ຂະ​ແໜງ​ກະ​ສິກຳ“ ​ໂດຍ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ສົມທົບ​ກັບ​ແຂວງ​ດົ່ງ​ທາ​ບ ​ແລະ ສະມາຄົມ​ວິ​ສາ​ຫະກິດ​ສິນຄ້າ​ຫວຽດນາມ ມີນຄຸນ​ນະພາ​ບສູງ ​ໄດ້ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 27/11 ຢູ່​ດ່າ​ນັງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຫງວຽນ​ກວນ, ລັດຖະມົນຕີ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໃຫ້​ຮູ້​ວ່າ:

   “ຮອດ​ປີ 2020 ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນສະ​ໄໝ​ໄດ້​ກໍ່​ຕ້ອງ​ອີງ​ບົນ​ພື້ນຖານ​ກະສິກຳ. ກະສິກຳ​ຍັງ​ສວມ​ບົດບາດ​ຫຼັກ​ແຫຼ່ງ​ໃນ​ການ​ສົ່ງ​ອອກ ​ແລະ ກວມອັດຕາ​ສ່ວນ​ຫຼາຍ​ໃນ​ພື້ນຖານ​ເສດຖະກິດ. ບັນຫາ​ແມ່ນ​ປ່ຽນ​ໃໝ່​ໃນ​ຂະ​ແໜງ​ກະ​ສິດ​ກຳ​ຄື​ແນວ​ໃດ. ມາ​ຮອດ​ຈຸດ​ເວລາ​ນີ້, ຄຽງຄູ່​ກັບ​ກົນ​ໄກ​ນະ​ໂຍບາຍ​ຂອງ​ລັດ, ການ​ນຳ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຜະລິດ ກໍ່​ມີ​ລັກສະນະ​ຕັດສິນ“.

 

ຂ່າວ/ບົດ​ອື່ນ