ການ​ຂາຍ​ປິ້​ບັນ​ລຸ​ລະ​ດັບ​ສະ​ຖິ​ຕິງານ​ມະ​ຫາ​ກຳກິ​ລາ Paris 2024

(VOVWORLD) - ງານມະຫາກຳກິລາ Paris 2024 (ຝລັ່ງ) ໄດ້ກາຍເປັນຂີດໝາຍທີ່ເປັນໜ້າຈົດຈຳໃນປະຫວັດສາດກິລາທົ່ວໂລກ ຢ່າງເປັນທາງການ ດ້ວຍລາຍຮັບຈາກການຂາຍປິ້ບັນລຸລະດັບສະຖິຕິ.
ການ​ຂາຍ​ປິ້​ບັນ​ລຸ​ລະ​ດັບ​ສະ​ຖິ​ຕິງານ​ມະ​ຫາ​ກຳກິ​ລາ Paris 2024 - ảnh 1ພິທີອັດງານມະຫາກຳກິລາ Olympic Paris 2024 (ພາບ: THX/TTXVN)

ຕາມແຈ້ງການຂອງຄະນະຈັດຕັ້ງ ງານມະຫາກຳກິລາ Paris 2024 ແລ້ວ, ມີຈຳນວນທັງໝົດ 9,56 ລ້ານປິ້ໄດ້ຂາຍໃນງານມະຫາກຳກິລາ Olympic Paris 2024, ໃນຂະນະນັ້ນງານມະຫາກຳກິລາ Paralympic Paris 2024 ກໍ່ຂາຍໄດ້ 2,58 ລ້ານປິ້, ສູງລະດັບທີສອງໃນປະຫວັດສາດຂອງງານ Paralympic. ດັ່ງນັ້ນ, ງານມະຫາກຳກິລາ Paris 2024 ຂາຍໄດ້ປະມານ 95% ຈຳນວນປິ້ທັງໝົດ ຂອງ Olympic ແລະ Paralympic. ບັນດາຕົວເລກທີ່ໜ້າປະທັບໃຈນີ້ສ່ອງແສງໃຫ້ເຫັນຜົນສຳເລັດທີ່ດັ່ງກ້ອງກັງວານຂອງງານມະຫາກຳກິລາ ໂດຍ ຝລັ່ງເປັນເຈົ້າພາບຈັດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ