ການຊອ້ມຮົບຕ້ານກໍ່ການຮ້າຍ ອາຊຽນເປີດກ້ວາງ ຢູ່ ອິນໂດເນເຊຍ

ການຊອ້ມຮົບຕ້ານກໍ່ການຮ້າຍ ອາຊຽນເປີດກ້ວາງ ຢູ່ ອິນໂດເນເຊຍ - ảnh 1

(ພາບ: giaoduc.net.vn)

(vovworld)-​​​​ ການ​ຊ້ອມ​ຮົບ​ຕ້ານ​ການ​ກໍ່​ການ​ຮ້າຍ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນ ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ເປີດ​ກ້ວາງ (ADMM+) ​ໄດ້​ເລີ່​ມ​ແຕ່​ວັນ​ທີ 9/9 ຢູ່​ຊານ​ນະຄອນຫຼວງ​ຈາ​ກາກ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ ​ແລະ ຈະ​ແກ່ຍາວ​ຮອດ​ວັນ​ທີ 13/9, ​ໂດຍ​ມີ​ການ​ເຂົ້າຮ່ວມ​ທະຫານ 500 ຄົນ​ມາ​ຈາກ 10 ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ 8 ປະ​ເທດ​ຄູ່ຮ່ວມ​ມື​ຄື: ອາ​ເມ​ລິ​ກາ, ສ​ເກົາຫຼີ, ອົດ​ສະ​ຕາ​ລີ, ລັດ​ເຊຍ, ຈີນ, ອິນ​ເດຍ, ນິວຊີ​ແລນ ​ແລະ ຍີ່ປຸ່ນ. ກ່າວ​ຄຳ​ເຫັນ​ໄຂ​ການ​ຊ້ອມ​ຮົບ, ທ່ານ Moeldoko ຜູ້​ບັນຊາ​ການ​ບັນດາ​ກຳລັງ​ປະກອບ​ອາວຸດ​ອິນ​ໂດ​ເນ​ເຊຍ ​ເນັ້ນໜັກ​ວ່າ: ການ​ກໍ່​ການ​ຮ້າຍ​ແມ່ນ​ໄພ​ນາບ​ຂູ່​ອັນ​ໜັກໜ່ວງ​ ​ແລະ ​ແມ່ນ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ສະຫງົບ​ປອດ​ໄພ​ໂລກ. ການ​ຊ້ອມ​ຮົບ​ຕ້ານ​ກໍ່​ການ​ຮ້າຍ​ແມ່ນ​ວິ​ທີ່​ທີ່​ດີ​ທີ່​ສຸດ​ເພື່ອ​ກ້າວໄປ​ເຖິງ​ຄວາມ​ຮູ້​ຄວາມເຂົ້າ​ໃຈ​ລວມ, ​ແບ່ງປັນ​ບົດຮຽນ ພ້ອມ​ທັງ​ຍົກ​ສູງ​ຄວາມ​ສາມາດ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ກອງທັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​​ໃນ​ການ​ເຄື່​ອນ​ໄຫວ​ກໍ່​ການ​ຮ້າຍ.

 

 

 



ຂ່າວ/ບົດ​ອື່ນ