ການຖະແຫຼງຂ່າວຂອງກະຊວງການຕ່າງປະເທດ: ທັດສະນະຂອງ ຫວຽດນາມ ກ່ຽວກັບຫຼາຍບັນຫາຮ້ອນເຮັ່ງທີ່ຫາງສຽງມີຄວາມສົນໃຈ

(VOVWORLD) - ກ່ຽວກັບເຫດການເກີດຂຶ້ນຢູ່ແຂວງ ດັກລັກ, ໃນສື່ສັງຄົມໄດ້ປະກົດມີບັນດາບົດຂຽນເວົ້າວ່າສາຍເຫດແມ່ນຍ້ອນການຈຳແນກການປະພຶດເຊື້ອຊາດເຜົ່າພັນ, ທ່ານນາງໂຄສົກ ຟ້າມທູຮັ່ງ ໄດ້ປະຕິເສດຄຳເຫັນທີ່ພິດພາດນີ້
ການຖະແຫຼງຂ່າວຂອງກະຊວງການຕ່າງປະເທດ: ທັດສະນະຂອງ ຫວຽດນາມ ກ່ຽວກັບຫຼາຍບັນຫາຮ້ອນເຮັ່ງທີ່ຫາງສຽງມີຄວາມສົນໃຈ - ảnh 1ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ

ຕອນບ່າຍວັນທີ 6 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດການຖະແຫຼງຂ່າວນັກສາມັນ. ນະທີ່ນີ້, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບບັນຫາຮ້ອນເຮັ່ງທີ່ພວມໄດ້ຮັບຄວາມສົນໃຈຈາກຫາງສຽງ.

        ກ່ຽວກັບເຫດການເກີດຂຶ້ນຢູ່ແຂວງ ດັກລັກ, ໃນສື່ສັງຄົມໄດ້ປະກົດມີບັນດາບົດຂຽນເວົ້າວ່າສາຍເຫດແມ່ນຍ້ອນການຈຳແນກການປະພຶດເຊື້ອຊາດເຜົ່າພັນ, ທ່ານນາງໂຄສົກ ຟ້າມທູຮັ່ງ ໄດ້ປະຕິເສດຄຳເຫັນທີ່ພິດພາດນີ້. ທ່ານນາງ ໃຫ້ຮູ້ຕື່ມອີກວ່າ: ບັນດາຂໍ້ມູນຂ່າວໄດ້ກະຊວງຕຳຫຼວດ ຫວຽດນາມ ສະໜອງເປັນປະຈຳ ແລະ ສື່ມວນຊົນ ຫວຽດນາມ ເອົາລົງ. ປະຈຸບັນ, ເຫດການພວມໃນໄລຍະສືບສວນສອບສວນ, ເຮັດແຈ້ງ.

        ກ່ຽວກັບແຫຼ່ງຂ່າວ ຍີ່ປຸ່ນ ໄດ້ປະກາດປ່ອຍນ້ຳເສຍທີ່ມີກຳມັນຕະພາບລັງສີທີ່ຜ່ານຂັ້ນຕອນກຳຈັດແລ້ວອອກສູ່ທະເລ, ຫຼາຍປະເທດບ້ານໃກ້ເຮືອນຄຽງ ອາຊີຕາເວັນອອກສ່ຽງເໜືອ ແລະ ປາຊີຟິກ ໄດ້ຄັດຄ້ານ. ທ່ານນາງໂຄສົກກະຊວງການຕ່າງປະເທດ ຟ້າມທູຮັ່ງ ໄດ້ຊີ້ແຈ້ງວ່າ: ໂດຍເປັນປະເທດມີທະເລ, ຫວຽດນາມ ຖືວ່າ ແຕ່ລະປະເທດຕ້ອງມີຄວາມຮັບຜິດຊອບກ່ຽວກັບການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງດ້ານນິວເຄຼຍ, ພ້ອມທັງຮ່ວມມືແໜ້ນແຟ້ນເພື່ອແຈ້ງຂ່າວໃຫ້ປະຊາຄົມສາກົນຢ່າງໂປ່ງໃສ.

ຕອບກັບ

ຂ່າວ/ບົດ​ອື່ນ