ການນຳກະຊວງປ້ອງກັນປະເທດຕ້ອນຮັບຫົວໜ້າອົງການສະຫະພັນກ່ຽວກັບການຮ່ວມມືດ້ານເຕັກນິກການທະຫານລັດເຊຍ

ການນຳກະຊວງປ້ອງກັນປະເທດຕ້ອນຮັບຫົວໜ້າອົງການສະຫະພັນກ່ຽວກັບການຮ່ວມມືດ້ານເຕັກນິກການທະຫານລັດເຊຍ - ảnh 1
ພົນ​ໂທ ​ເຈືອງ​ກວາງ​ແຄ໋ງຕ້ອນຮັບ​ຫົວ​ໜ້າ
​ອົງການ​ສະຫະພັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເຕັກນິກ​ການ​ທະຫານ​ລັດ​ເຊຍ
(ພາບ: baomoi.com)


(vovworld) – ຕອນ​ບ່າຍ​ວັນ​ທີ 06/04, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານຫົວ​ໜ້າ​ອົງການ​ສະຫະພັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເຕັກນິກ​ການ​ທະຫານ​ລັດ​ເຊຍ Aleksardr Vasilievich Fomin, ​ເນື່ອງ​ໃນ​ໂອກາດ​ທ່ານ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ ​ຖື​ວ່າ, ​ໃນ​​ໄລຍະ​ຜ່ານ​ມາ ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ໄດ້​ມີ​ບາດກ້າວ​ພັດທະນາ. ​ໃນ​ນັ້ນ, ການ​ຮ່ວມ​ມື​ດ້ານ​ການ​ທະຫານ, ປ້ອງ​ກັນຊາ​ດ ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງ​ໜ້າ. ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ອຸດສາຫະກຳ​ປ້ອງ​ກັນຊາ​ດ, ບຳລຸງ​ສ້າງ​ພະນັກງານ ​ແລະ ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ. ທ່ານ Aleksardr Vasilievich Fomin ປາດ​ຖະໜາ​ວ່າ ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ 2 ປະ​ເທດ ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ, ​ໂດຍ​ສະ​ເພາະ​ແມ່ນ​ກ່ຽວ​ກັບ​ການ​ຮ່ວມ​ມື​ອຸດສາຫະກຳ​ປ້ອງ​ກັນຊາ​ດ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ນຳ​​ໃຊ້​ບັນດາ​ຜະລິດ​ຕະພັນ​ອຸດສາຫະກຳ​ປ້ອງ​ກັນຊາດ ​ແລະ ຍູ້​ແຮງການ​ຮ່ວມ​ມື​ໃນ​ຂົງ​ເຂດສືສານ, ​ໂທລະ​ຄົມ.

ຂ່າວ/ບົດ​ອື່ນ