ການນຳນະຄອນໂຮ່ຈີມິນຕ້ອນຮັບປະທານພັກກອມມູນິດອາເມລິກາ

ການນຳນະຄອນໂຮ່ຈີມິນຕ້ອນຮັບປະທານພັກກອມມູນິດອາເມລິກາ - ảnh 1
ທ່ານ ​ເຕີ໋ດ​​ແທ່ງ​ກາງ ຕ້ອນຮັບທ່ານ John Bachtell
ປະທານ​ພັກ​ກອມ​ມູນິດ ອາ​ເມ​ລິ​ກາ
 (ພາບ: PhuongVy-TTXVN)

(vovworld) - ​ ຕອນ​ບ່າຍ​ວັນທີ 06/04, ທ່ານ ​ເຕີ໋ດ​​ແທ່ງ​ກາງ, ຮອງ​ເລຂາທິການ​ປະຈຳ​ຄະນະ​ພັກ​ນະ​ຕອນ​ໂຮ່ຈີ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ John Bachtell ປະທານ​ພັກ​ກອມ​ມູນິດ ອາ​ເມ​ລິ​ກາ ພ້ອມດ້ວຍ​ຄະນະ​ປະຕິບັດ​ງານ​ ທີ່ພວມຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ​ເຕີ໋ນ​ແທ່ງ​ກາງ​ ​ໃຫ້​ຮູ້​ວ່າ ການ​ນຳ​ນະຄອນ​ໄດ້ ​ແລະ ພວມ​ສ້າງ​ບັນດາ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ກໍ່​ຄື​ວິ​ສາ​ຫະກິດ​ບັນດາ​ປະ​ເທດ​ຕ່າງໆເຄື່ອນ​ໄຫວທຳ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ຢູ່​ທີ່​ນີ້. ທ່ານ ​ເຕີ໋ນ​ແທ່ງ​ກາງ ຫວັງ​ວ່າ ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ລົງທຶນ​ເຂົ້າ​ນະຄອນ, ພ້ອມ​ທັງ​ມີ​​ແຂກ​ທ່ອງ​ທ່ຽວ ອາ​ເມ​ລິ​ກາ ຫລາຍ​ຄະນະ ມາ​ຢ້ຽມຊົມ, ພັກຜ່ອນ​ບຳລຸງ​ສຸຂະພາບ​ຢູ່​ນະຄອນ ​ໂຮ່ຈີ​ມິນ. ທ່ານ ​ເຕີ໋ນ​ແທ່ງ​ກາງ ຫວັງ​ວ່າ: ​ໂດຍ​ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ຄະນະ, ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ 2 ປະ​ເທດ​ນັບ​ມື້​ນັບ​ດີ​ກ່ວາ, ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ພັກ, ພິ​ເສດ ​ແມ່ນ​ແບ່ງປັນ​ບັນດາ​ບົກ​ຮຽນກ່ຽວ​ກັບ​ການ​ແກ້​ໄຂ​ບັນດາ​ບັນຫາທີ່​ເກີດ​ຂຶ້ນ​ໃໝ່​ໃນ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ. ສ່ວນ​ທ່ານ John Bachtell ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ພັດທະນາ​ຂະຫຍັນ​ຂັນ​ເຄື່ອນ​ຂອງ ຫວຽດນາມ, ​ໃນ​ນັ້ນ​ມີ​ນະຄອນ ​ໂຮ່ຈີ​ມິນ. ຕາມ​ທ່ານ John Bachtell ​ແລ້ວ, ​ໃນ​ໄລຍະ​ປະຈຸ​ບັນ, ຄວນ​ພັດທະນາ ​ແລະ ສະໜິດ​ຕິດ​ພັນ​ຄວາມ​ສາມັກຄີ​ລະຫວ່າງ 2 ພັກ​ກອມ​ມູນິດ​ຂອງ 2 ປະ​ເທດ​ກ່ວາ​ອີກ. ທ່ານ John Bachtell ຢືນຢັນ​ວ່າ: ພັກ​ກອມ​ມູນິດ ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື, ​ແບ່ງປັນ​ບັນດາ​ບົດຮຽນ​ຂອງ​ຕົນ ​ແລະ ປາດ​ຖະໜາ​ຢາກ​ຮ່ຳຮຽນ​ເອົາ​ບົດຮຽນ​ຈາດ​ພັກ​ກອມ​ມູນິດ ຫວຽດນາມ.

ຂ່າວ/ບົດ​ອື່ນ