ການນຳນະຄອນໂຮ່ຈີມິນຕ້ອນຮັບລັດຖະມົນຕີກະຊວງວິທະຍາສາດເຕັກໂນໂລຢີລາວ

ການນຳນະຄອນໂຮ່ຈີມິນຕ້ອນຮັບລັດຖະມົນຕີກະຊວງວິທະຍາສາດເຕັກໂນໂລຢີລາວ - ảnh 1
ທ່ານລັດຖະມົນຕີ ບໍວຽງຄຳ ວົງດາລາ ແລະ ທ່ານ ເລແທງລຽມ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ​ ​ ທ່ີ​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ສປປ ລາວ, ​ໂດຍ​ທ່ານ​ລັດຖະມົນຕີ ບໍ​ວຽງ​ຄຳ ວົງ​ດາລາ ນຳ​ໜ້າ, ​ໃນວັນ​ທີ 15/6, ທ່ານ​ຮອງ​ປະທານ​ຄະນະ​ກຳ​ມະ​ການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ເລ​ແທງ​ລຽມ ຕີ​ລາຄາ​ສູງ​ການ​ປະຕິບັດ​ງານ​ຂອງ​ຄະນະ, ພ້ອມ​ທັງ​ຖື​ວ່າ ການ​ແລກປ່ຽນ​ຄະນະຜູ້​ແທນ​ທຸກ​ຂັ້ນ​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີຈະ​ສ້າ​ງ​ເງື່ອນ​ໄຂ​ເພື່ອ​ໃຫ້ 2 ຝ່າຍ​​ແບ່ງປັນ​ບົດຮຽນ, ຊ່ວຍ​ກຳນົດ​ທິດ​ພັດທະນາ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີຂອງ 2 ປະ​ເທດ. ການ​ເຮັດ​ວຽກ​ຄັ້ງ​ນີ້​ຈະ​ຊ່ວຍ​​ໃຫ​້ກະຊວງ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີລາວ ມີ​ທັດສະນະ​ລະອຽດກ່ວາ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ວິ​ທະຍາ​ສາດ ​ເຕັກ​ໂນ​ໂລ​ຢີຂອງ​ນະຄອນ ​ໂຮ່ຈີ​ມິນ, ຈາກ​ນັ້ນ​ 2 ຝ່າຍຈະ​ເຊື່ອມ​ຕໍ່, ຮ່ວມ​ມື​ໃນ​ແຕ່ລະ​ໂຄງການ​ລະອຽດ. ນະຄອນ ​ໂຮ່ຈີ​ມິນ ຈະ​ສ້າງ​ເງື່ອນ​ໄຂສະດວກ ​ແລະ ໜູນ​ຊ່ວຍ​ບັນດາ​ໂຄງ​ການ​ຄົ້ນ​ຄ້ວາ​ລວມກ່ຽວ​ກັບ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີຂອງ​ 2 ຝ່າ​ຍ​ໃຫ້ພັດທະນາ​ດີ​ທີ່​ສຸດ.

        ​ໃນ​ໄລຍະ​​ເຮັດ​ວຽກ​ຢູ່ ຫວຽດນາມ, ຄະນະ​ຜູ້​ແທນ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​​ໂລ​ຢີ ລາວ ​ໄດ້​ໄປ​ຢ້ຽມຢາມ​ເຂດ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຢີສູງ​ນະຄອນ, ສູນ​ເຕັກ​ນິກມາດຕະຖານ​​ວັດ​ແທກ​ຄຸນ​ນະພາ​ບ, ຊອກ​ຮູ້​ກ່ຽວ​ກັບ​ບັນດາ​ຮູບ​ແບບ, ວິທີ​ການຈັດ​ຕັ້ງ ​ແລະ ການ​​ເຄື່ອນ​ໄຫວ​ຂອງ​ບັນດາ​ຫົວໜ່ວຍ​ໃນ​ບໍລິ​ເວນ​ນະຄອນ.


ຂ່າວ/ບົດ​ອື່ນ