ການນຳນະຄອນໂຮ່ຈິມິນພົບປະກັບນັກປັນຍາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດກວ່າ 100 ຄົນ

(VOVWORLD) -ຕອນຄ່ຳວັນທີ 22 ສິງຫາ, ຢູ່ນະຄອນໂຮ່ຈິມິນ, ການນຳນະຄອນໄດ້ມີການພົບປະກັບນັກຊ່ຽວຊານ, ປັນຍາຊົນໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ ເຊິ່ງແມ່ນຊາວຫວຽດນາມ ອາໄສຢູ່ຕ່າງປະເທດກວ່າ 100 ຄົນ.
ການນຳນະຄອນໂຮ່ຈິມິນພົບປະກັບນັກປັນຍາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດກວ່າ 100 ຄົນ - ảnh 1 (ການນຳນະຄອນໂຮ່ຈິມິນພົບປະກັບນັກປັນຍາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ)

 ທີ່ການພົບປະ, ມີນັກຊ່ຽວຊານເຕັກໂນໂລຊີຊາວຫວຽດນາມ ພວມເຮັດວຽກຢູ່ຕ່າງປະເທດ ໄດ້ແບ່ງປັນທັດສະນະພັດທະນາ, ກໍ່ຄືບົດຮຽນຊ່ວຍນະຄອນໂຮ່ຈິມິນ ສຳຜັດກັບການປະຕິວັດອຸດສາຫະກຳ 4.0 ຢ່າງໄວ ແລະ ພ້ອມແລ້ວທີ່ຈະຊ່ວຍນະຄອນໂຮ່ຈິມິນເຊື່ອມຕໍ່ກັບບັນດາບັນດາສະພາບແວດລ້ອມເຕັກໂນໂລຊີກ້າວໜ້າໃນໂລກ. ທ່ານສາດສະດາຈານ ດັງເລືອງໂມ, ຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ, ໃຫ້ຮູ້ວ່າ.

        “ນະຄອນໂຮ່ຈິມິນ ແມ່ນນະຄອນມີພົນລະເມືອງຢ່າງຫຼວງຫຼາຍກວ່າ 10 ລ້ານຄົນ. ເລື່ອງແກ້ໄຂບັນດາບັນຫາຂອງນະຄອນມີພົນລະເມືອງກວ່າ 10 ລ້ານຄົນບໍ່ແມ່ນເລື່ອງງ່າຍ. ສະນັ້ນ, ການຈັດຕັ້ງກໍ່ສ້າງນະຄອນອັດສະລິຍະຢູ່ທີ່ນີ້ແມ່ນມີຄວາມຈຳເປັນເພື່ອແກ້ໄຂບັນດາບັນຫາຄື: ສະພາບລົດຕິດ, ບັນຫາພົນລະເມືອງເຕົ້າໂຮມດຳລົງຊີວິດເປັນຈຳນວນຫຼວງຫຼາຍ. ສະນັ້ນ, ພວກເຮົາຕ້ອງແກ້ໄຂດ້ວຍເຕັກໂນໂລຊີໃໝ່ ເພື່ອສາມາດນຳນະຄອນນີ້ກາຍເປັນໜຶ່ງໃນບັນດາແບບຢ່າງໃຫ່ແກ່ບັນດານະຄອນໃຫຍ່ຢູ່ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ