ການນຳພັກ,ລັດເຂົ້າສຸສານໄວ້ອາໄລປະທານໂຮ່ຈິມິນເນື່ອງໃນໂອກາດສະເຫຼີມສະຫຼອງ73ປີແຫ່ງວັນຊາດຫວຽດນາມ02ກັນຍາ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2018) ແລະ ວັນຊາດປະເທດສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2018)

ການນຳພັກ,ລັດເຂົ້າສຸສານໄວ້ອາໄລປະທານໂຮ່ຈິມິນເນື່ອງໃນໂອກາດສະເຫຼີມສະຫຼອງ73ປີແຫ່ງວັນຊາດຫວຽດນາມ02ກັນຍາ - ảnh 1 (ການນຳພັກ, ລັດເຂົ້າສຸສານໄວ້ອາໄລປະທານໂຮ່ຈິມິນ)

ຕອນເຊົ້າວັນທີ 31 ສິງຫາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າສຸສານໄວ້ອາໄລປະທານໂຮ່ຈິມິນ.

        ເຂົ້າຮ່ວມພິທີໄວ້ອາໄລມີ: ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ; ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ, ທ່ານ ນົງດຶກແມ້ງ; ທ່ານປະທານປະເທດ ເຈີ່ນດ້າຍກວາງ; ທ່ານອະດີດປະທານປະເທດ ເຈີ່ນດຶກເລືອງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ທ່ານອະດີດນາຍົກລັດຖະມົນຕີ ຫງວຽນເຕີນຢຸງ; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ອະດີດປະທານສະພາແຫ່ງຊາດ ຫງວຽນວັນອານ; ທ່ານປະທານສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເໝີນ.

        ພ້ອມກັນເຂົ້າຮ່ວມມີບັນດາການນຳ, ອະດີດການນຳພັກ, ລັດ; ບັນດາກຳມາທິການກົມການເມືອງ, ເລຂາສູນກາງພັກ, ຮອງປະທານປະເທດ, ຮອງນາຍົກລັດຖະມົນຕີ, ຮອງປະທານສະພາແຫ່ງຊາດ; ບັນດານັກປະຕິວັດຜູ້ອະວຸໂສ ແລະ ການນຳບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງຂັ້ນສູນກາງ.

        ພວງມາລາຂອງຄະນະມີແຖວໜັງສືຂຽນວ່າ “ສະແດງຄວາມຮູ້ບຸນຄຸນປະທານໂຮ່ຈິມິນຜູ້ຍິ່ງໃຫຍ່ຕະຫຼອດໄປ”. ດ້ວຍຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ບັນດາການນຳພັກ, ລັດໄດ້ກົມຫົວໄວ້ອາໄລຫາປະທານໂຮ່ຈິມິນ, ເຊິ່ງເປັນຜູ້ນຳທີ່ມີຄວາມເກັ່ງກ້າສາມາດ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່ມີຊື່ສຽງໃນໂລກ.

        ຕໍ່ຈາກນັ້ນແມ່ນບັນດາຄະນະຜູ້ແທນຂອງພາກສ່ວນຕ່າງໆເຂົ້າວາງພວງມາລາ, ເຂົ້າສຸສານໄວ້ອາໄລປະທານໂຮ່ຈິມິນ ຕາມລຳດັບ.

ຕອບກັບ

ຂ່າວ/ບົດ​ອື່ນ