ການນຳພັກ, ລັດ, ສະພາແຫ່ງຊາດພົບປະກັບສະມາຊິກສະພາແຫ່ງຊາດເຊິ່ງເປັນນັກວິທະຍາສາດ

(VOVWORLD) -ຕອນຄ່ຳວັນທີ 13 ມິຖຸນາ, ຢູ່ຮ່າໂນ້ຍ, ການນຳພັກ, ລັດ, ສະພາແຫ່ງຊາດ ໄດ້ພົບປະກັບສະມາຊິກສະພາແຫ່ງຊາດຊຸດທີ XV ເຊິ່ງເປັນນັກວິທະຍາສາດ.
ການນຳພັກ, ລັດ, ສະພາແຫ່ງຊາດພົບປະກັບສະມາຊິກສະພາແຫ່ງຊາດເຊິ່ງເປັນນັກວິທະຍາສາດ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການພົບປະ)

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ, ພັກ ໄດ້ກຳນົດທິດ ແລະ ຊີ້ນຳຢ່າງຖືກຕ້ອງກ່ຽວກັບທີ່ຕັ້ງ, ບົດບາດຂອງນັກວິທະຍາສາດ ແລະ ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດຄິດສ້າງທີ່ມີຕໍ່ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ຍ້ອນເຫດນັ້ນ, ຕ້ອງສືບຕໍ່ປະຕິບັດແຜນນະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນກຳລັງໜູນແກ່ນສານເພື່ອພັດທະນາກຳລັງຜະລິດທັນສະໄໝຢ່າງສະເໝີຕົ້ນສະເໝີປາຍ.

ທີ່ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດພວມປຶກສາຫາລື ແລະ ຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປາດຖະໜາວ່າ ບັນດານັກວິທະຍາສາດ ຕ້ອງສືບຕໍ່ເສີມຂະຫຍາຍຄວາມສາມາດຂອງຕົນຢ່າງສຸດຂີດ ເພື່ອອຸທິດສ່ວນເຂົ້າໃນການພັດທະນາຂອງພື້ນຖານວິທະຍາສາດ ແລະ ເຕັກໂນໂລຊີຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ