ການນຳພັກ, ລັດ ຫວຽດນາມ ຕ້ອນຮັບຮອງປະທານຄະນະພັກການທະຫານສູນກາງ ຈີນ

(VOVWORLD) - ຕອນບ່າຍວັນທີ 18 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໃຫ້ການຕ້ອນຮັບພົນໂທ ຟ່ານແຈ໋ງຫລົງ ຮອງປະທານຄະນະພັກການທະຫານສູນກາງ ຈີນ ພວມຢູ່ຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການ
ການນຳພັກ, ລັດ ຫວຽດນາມ ຕ້ອນຮັບຮອງປະທານຄະນະພັກການທະຫານສູນກາງ ຈີນ - ảnh 1 ທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບພົນໂທ ຟ່ານແຈ໋ງຫລົງ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊົມເຊີຍຄະນະຜູ້ແທນຂັ້ນສູງກອງທັບ ຈີນ ທີ່ມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມງານພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 4. ທ່ານ ຫງວຽນຟູຈ້ອງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຈີນ; ສະເໜີ 2 ຝ່າຍຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ບົນຈິດໃຈເຄົາລົບຜົນປະໂຫຍດ ແລະ ເຄົາລົບກົດໝາຍສາກົນ.

ການນຳພັກ, ລັດ ຫວຽດນາມ ຕ້ອນຮັບຮອງປະທານຄະນະພັກການທະຫານສູນກາງ ຈີນ - ảnh 2 ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານພົນໂທ ຟ່ານແຈ໋ງຫລົງ

        ແລະກໍ່ໃນຕອນບ່າຍວັນທີ 18 ມິຖຸນາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ກໍ່ໃຫ້ການຕ້ອນຮັບທ່ານພົນໂທ ຟ່ານແຈ໋ງຫລົງ . ທ່ານປະທານປະເທດ ເຊື່ອໝັ້ນວ່າ ໝາກຜົນແຫ່ງການຢ້ຽມຢາມ ແລະ ບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາຍແດນ ແນ່ນອນວ່າ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ຈີນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີ 2 ຝ່າຍຫັນບັນດາເນື້ອໃນຮ່ວມມືໃນໄລຍະຈະມາເຖິງເປັນລະອຽດ ເພື່ອນຳການພົວພັນຮ່ວມມືລະຫວ່າງ 2 ກະຊວງປ້ອງກັນປະເທດໃຫ້ນັບມື້ນັບມີປະສິດທິຜົນ, ເຂົ້າສູ່ລວງເລິກ.

        ສ່ວນທ່ານ ຟ່ານແຈ໋ງຫລົງ ໃຫ້ຮູ້ວ່າ: ການຢ້ຽມຢາມຂອງຄະນະແມ່ນເພື່ອແນໃສ່ຜັນຂະຫຍາຍການປະຕິບັດຄວາມຮັບຮູ້ລວມທີ່ສຳຄັນ ເຊິ່ງການນຳ 2 ພັກ, ລັດເຫັນດີເປັນເອກະພາບ, ໃນນັ້ນ ມີເລື່ອງຍູ້ແຮງການຮ່ວມມືລະຫວ່າງກອງທັບ 2 ປະເທດ. ທ່ານຟ່ານແຈ໋ງຫລົງ ຢັ້ງຢືນວ່າ ພັກ, ລັດ ແລະ ກອງທັບ ຈີນ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ. ກອງທັບ ຈີນ ຕັດສິນໃຈພ້ອມກັບກອງທັບ ຫວຽດນາມ ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ