ການນຳສປປ.ເກົາຫຼີເນັ້ນໜັກເຖິງຄຳໝັ້ນສັນຍາປອດນິວເຄຼຍຕາມແຕ່ລະໄລຍະ

(VOVWORLD) -ວັນທີ 01 ມິຖຸນາ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໃຫ້ຂ່າວວ່າ, ການນຳປະເທດນີ້ທ່ານ Kim Jong un ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາປອດນິວເຄຼຍໃນແຫຼມເກົາຫຼີ, ພ້ອມທັງສະແດງຄວາມຫວັງກ່ຽວກັບວິວັດທະນາການແກ້ໄຂບັນຫາດັ່ງກ່າວຕາມແຕ່ລະໄລຍະ.

ການນຳສປປ.ເກົາຫຼີເນັ້ນໜັກເຖິງຄຳໝັ້ນສັນຍາປອດນິວເຄຼຍຕາມແຕ່ລະໄລຍະ - ảnh 1ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ແລະ ການນຳ Kim Jong un

(ພາບ: AFP/TTXVN)

ກ່າວຄຳເຫັນທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ຢູ່ນະຄອນຫຼວງພຽງຢາງ ໃນວັນທີ 31 ພຶດສະພາ, ທ່ານ Kim ໄດ້ເນັ້ນໜັກວ່າ “ຄຳໝັ້ນສັນຍານີ້ຈະບໍ່ປ່ຽນແປງ, ຢຶດໝັ້ນ ແລະ ຄົງທີ່”. ທ່ານ Kim ສະແດງຄວາມຫວັງວ່າ, ການພົວພັນລະຫວ່າງອາເມລິກາ - ສປປ.ເກົາຫຼີ ແລະ ການປອດນິວເຄຼຍ ຢູ່ແຫຼມເກົາຫຼີ “ຈະໄດ້ຮັບການແກ້ໄຂຕາມແຕ່ລະໄລຍະ” ແລະ ຫວັງວ່າ “ມາດຕະການແກ້ໄຂໃຫ້ບັນຫານີ້ຈະໄດ້ປຶກສາຫາລືຜ່ານການເຈລະຈາຢ່າງມີປະສິດທິຜົນ ແລະ ມີລັກສະນະສ້າງສັນ”.

      ສ່ວນທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Lavrov ທີ່ສະແດງໃຫ້ເຫັນການສະໜັບສະໜູນຄຳໝັ້ນສັນຍາຂອງສປປ.ເກົາຫຼີ ກ່ຽວກັບການປອດນິວເຄຼຍ ໃນແຫຼມເກົາຫຼີ ແລະ ຫວັງວ່າ ການພົບປະຂັ້ນສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ໃນວັນທີ 12 ມິຖຸນາ ຈະມາເຖິງຢູ່ສິງກະໂປ ຈະບັນລຸຜົນສຳເລັດຢ່າງດີງາມ.

      ໃນເຫດການທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 01 ມິຖຸນາ, ບັນດາເຈົ້າໜ້າທີ່ຂັ້ນສູງສປປ.ເກົາຫຼີ ແລະ ສ.ເກົາຫຼີ ໄດ້ດຳເນີນການເຈລະຈາເພື່ອປຶກສາຫາລືບັນດາບາດກ້າວປະຕິບັດຂໍ້ຕົກລົງເຊິ່ງການນຳສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ລົງນາມໃນການພົບປະຂັ້ນສຸດຍອດເມື່ອວັນທີ 27 ເມສາ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ