![ການນຳສປປ.ເກົາຫຼີKimJongUnເປັນຄັ້ງທຳອິດເວົ້າເຖິງເຫດການທົດລອງນິວເຄຼຍ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_01_10/kimjongun.jpg)
ການນຳ ສປປ ເກົາຫຼີ Kim Jong Un
(ພາບ: YONHAP)
|
(vovworld) – ວັນທີ 10/1, ສຳນັກຂ່າວສານສູນການ ສປປ ເກົາຫຼີ (KCNA) ໄດ້ຄັດສະເໜີຄຳເວົ້າຂອງການນຳ ສປປ ເກົາຫຼີ Kim Jong Un ຖະແຫຼງເຫດການທົດລອງນິວເຄຼຍຂອງພຽງຢາງໃນວັນທີ 6/1 ຜ່ານມາແມ່ນ “ມາດຕະການປ້ອງກັນຕົວ” ຕໍ່ໜ້າໄພນາບຂູ່ສົງຄາມນິວເຄຼຍຂອງ ອາເມລິກາ. ນີ້ແມ່ນຖະແຫຼງການທຳອິດຂອງທ່ານ Kim Jong Un ກ່ຽວກັບເຫດທົດລອງນິວເຄຼຍຂອງ ສປປ ເກົາຫຼີ ເມື່ອວັນທີ 6/1.
ຊຸມມື້ຜ່ານມາ, ສື່ມວນຊົນ ແລະ ວົງການເຈົ້າໜ້າທ່ີພຽງຢາງ ໄດ້ກ່າວຫາ ອາເມລິກາ ຜັນຂະຫຍາຍອາວຸດນິວເຄຼຍໃນແຫຼມ ເກົາຫຼີ. ເພື່ອໂຕ້ຕອບ, ອາເມລິກາ ຢັ້ງຢືນບໍ່ມີອາວຸດນິວເຄຼຍໄດ້ຕິດຕັ້ງຢູ່ ສ. ເກົາຫຼີ. ເຖິງຢ່າງໃດກໍຕາມ, ວໍຊິງຕັນ ພວມປຶກສາຫາລື ກັບ ເຊີອູນ ກ່ຽວກັບການຜັນຂະຫຍາຍບັນດາອາວຸດຍຸດທະສາດໃນແຫຼມ ເກົາຫຼີ ພາຍຫຼັງເຫດທົດລອງນິວເຄຼຍມໍ່ໆມານີ້ຂອງ ພຽງຢາງ.