![ການນຳສະພາຕຳ່ອາເມລິກາສະຫນັບສະຫນູນການບຸກໂຈມຕີຊີຣີ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2013_09_04/xiri.jpg)
ທ່ານປະທານາທິບໍດີ ອາເມລິກາ ແລະ ບັນດານັກສ້າງກົດໝາຍສອງພັກປຶກສາຫາລືກ່ຽວກັບບັນຫາຊີຣີ
ພາບ:internet
|
(vovworld)- ແຜນການແຊກແຊງການທະຫານເຂົ້າຊີຣີຂອງປະທານາທິບໍດີ Obama ໄດ້ຮັບການສະຫນັບສະຫນູນຈາກການນຳສະພາຕຳ່ອາເມລິກາ. ກ່າວຄຳເຫັນກັບວົງການນັກຂ່າວພາຍຫລັງການປະຊຸມກັບປະທານາທິບໍດີອາເມລິກາ B. Obama ຢູ່ທຳນຽບຂາວໃນວັນທີ 4/9, ການນຳພັກປະຊາທິປະໄຕ ແລະ ສາທາລະນະ ທີ່ສະພາຕຳ່ ລ້ວນແຕ່ຖະແຫລງການສະຫນັບສະຫນູນແຜນການບຸກໂຈມຕີ ຊີຣີ ຂອງລັດຖະບານ ອາເມລິກາ. ທ່ານ John Boehner ປະທານສະພາຕຳ່ ອາເມລິກາ ຖືວ່າ: ການນຳໃຊ້ບັນດາອາວຸດເຄມີ ຕ້ອງຖືກລົງໂທດ. ພຽງແຕ່ອາເມລິກາ ຈຶ່ງມີກຳລັງຄວາມສາມາດ ແລະ ສະກັດກັ້ນລະບອບຂອງປະທານາທິບໍດີ Assad ພ້ອມທັງກ່າວເຕືອນບັນດາປະເທດອື່ນວ່າ ບັນດາການກະທຳຄືແນວນັ້ນຈະບໍ່ໄດ້ຮັບການອະໄພ. ເພື່ອມີການສະຫນັບສະຫນູນສຳຄັນດັ່ງກ່າວ, ທ່ານ Obama ໄດ້ຍາດແຍ່ງເວລາເພື່ອຂົນຂວາຍບັນດາການນຳສະພາຕຳ່ກ່ອນທີ່ເດີນທາງໄປຢ້ຽມຢາມ ສຸແອດ ໃນຕອນເຊົ້າວັນດຽວກັນ ດ້ວຍຄຳໝັ້ນໝາຍ: ແຜນການບຸກໂຈມຕີ ຊີຣີ ຈະນຳມາເຊິ່ງບັນດາໝາກຜົນສຳຄັນແຕ່ບໍ່ປະໃຫ້ປະເທດ ອາເມລິກາ ຖືກຕົກສະຫນົມໃນສົງຄາມດ້ວຍຂະຫນາດໃຫຍ່ກວ່າ