ການນຳສະຫະປະຊາຊາດສະແດງຄວາມຍິນດີກັບຖັນແຖວຫາສຽງເລືອກຕັ້ງຂອງພັກປະຊາທິປະໄຕ ອາ​ເມ​ລິ​ກາ

(VOVWORLD) - ວັນທີ 09 ພະຈິກ, ໃນຖະແຫຼງການສະບັບໜຶ່ງ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ສະແດງຄວາມຍິນດີນຳປະຊາຊົນ ອາເມລິກາ ທີ່ໄດ້ປະຕິບັດການເລືອກຕັ້ງປະທານາທິບໍດີໃນອາທິດຜ່ານມາ ຢ່າງມີປະຊາທິປະໄຕ.

 ທ່ານ Guterres ກໍ່ສະແດງຄວາມຍິນດີກັບຖັນແຖວຫາສຽງເລືອກຕັ້ງພັກປະຊາທິປະໄຕ, ພ້ອມທັງ ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມືລະຫວ່າງ ອາເມລິກາ ແລະ ສະຫະປະຊາຊາດ ແມ່ນເສົາຄ້ຳຈຳເປັນຂອງການຮ່ວມມືສາກົນ ແນໃສ່ແກ້ໄຂບັນດາສິ່ງທ້າທາຍ ເຊິ່ງໂລກພວມປະເຊີນໜ້າໃນປະຈຸບັນ.

ການນຳສະຫະປະຊາຊາດສະແດງຄວາມຍິນດີກັບຖັນແຖວຫາສຽງເລືອກຕັ້ງຂອງພັກປະຊາທິປະໄຕ ອາ​ເມ​ລິ​ກາ - ảnh 1ທ່ານ Biden ແລະ ທ່ານນາງ Harris.  ພາບ: AP່ 

        ໃນຂະນະນັ້ນ, ທ່ານ Volcan Bozkir ປະທານສະມັດຊາໃຫຍ່ສະຫະປະຊາຊາດ ຖືວ່າ: ທ່ານ Joe Biden ແຕ່ດົນນານມາແລ້ວ ໄດ້ສະໜັບສະໜູນສະຫະປະຊາຊາດ ແລະ ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນລະຫວ່າງ ອາເມລິກາ ແລະ ສະຫະປະຊາຊາດ ໃຫ້ກ້າວໄປເຖິງໂລກແຫ່ງຄວາມວັດທະນາຖາວອນ ແລະ ປອດໄພກ່ວາ.

        ສ່ວນທ່ານປະທານກອງທຶນພັດທະນາເພື່ອແມ່ຍິງຂອງສະຫະປະຊາຊາດ Phumzile Mlambo Ngcuka ໃຫ້ຂໍ້ສັງເກດວ່າ ເລື່ອງທ່ານນາງ Harris ອາດຈະກາຍເປັນຮອງປະທານາທິບໍດີ ອາເມລິກາ ຍິງຄົນທຳອິດ ແມ່ນຈຸດທີ່ເປັນໜ້າຊື່ນຊົມສຳລັບແມ່ຍິງ ແລະ ເດັກນ້ອຍໃນທົ່ວໂລກ, ພິເສດແມ່ນແມ່ຍິງຜິວດຳ.

        ກ່ອນໜ້ານັ້ນ, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກກໍ່ສະແດງຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບອຳນາດການປົກຄອງຊຸດໃໝ່ຂອງ ອາເມລິກາ.

        ທ່ານ Joe Biden ເຄີຍໃຫ້ຄຳໝັ້ນສັນຍາວ່າ ຈະນຳປະເທດ ອາເມລິກາ ເຂົ້າເປັນສະມາຊິກຂອງອົງການດັ່ງກ່າວຄືນໃໝ່ ຖ້າທ່ານໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ. ທ່ານ Joe Biden ກໍ່ຖະແຫຼງວ່າ ຈະກັບຄືນມາເປັນສະມາຊິກຂອງສັນຍາດິນຟ້າອາກາດ Paris ພາຍຫລັງອຳນາດການປົກຄອງຂອງທ່ານເລີ່ມເຄື່ອນໄຫວ.

ຕອບກັບ

ຂ່າວ/ບົດ​ອື່ນ