ການນຳສ.ເກົາຫຼີແລະຍີ່ປຸ່ນພົບປະຢູ່ສິງກາໂປ

ການນຳສ.ເກົາຫຼີແລະຍີ່ປຸ່ນພົບປະຢູ່ສິງກາໂປ - ảnh 1
ທີ່ບົດ​ກ່າວ​ປາ​ໄສ​ໃນ​ວັນ​ທີ 1/3, ທ່ານ​ນາງ Park Geun-hye ​ຮ​ຽກ​
ຮ້ອງ​ໃຫ້ ຍີ່​ປຸ່ນ ປັບ​ປຸງ​ການ​ພົວ​ພັນ​ກັບ ສ. ເກົາຫຼີ
(ພາບ: Kyodo/TTXVN)


(vovworld) – ວັນ​ທີ 29/3, ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye ມີ​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ເມື່ອ​ການ​ນຳທັງ 2 ທ່ານ​ໄປ​ຍັງ ສິງ​ກາ​ໂປ ​ ​ເຂົ້າ​ຮ່ວມ​ພິ​ທີ​ຊາ​ປະ​ນະ​ກິດ​ສົບອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກາ​ໂປ ຫຼີກວ​ນ​ຢູ. ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye ສະ​ເໜີ​ໃຫ້ 3 ປະ​ເທດ ສ. ເກົາຫຼີ, ຈີນ ແລະ ຍີ່​ປຸ່ນ ມີ​ບັນ​ດາ​ບາດ​ກ້າວ​ຈຳ​ເປັນ​ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​​ທີ່ບັນ​ລຸ​ໄດ້​​ຢູ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ 3 ຝ່າຍ​​ເຊິ່ງຈັດ​ຕັ້ງ​ໃນ​ວັນ​ທີ 21/3 ຢູ່ ເຊີ​ອູນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ຕີ​ລາ​ຄາ​ສູງ​ເລື່ອງ ສ. ເກົາຫຼີ ຈັດ​ຕັ້ງ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ສຳ​ເລັດ​ຜົນ. ການ​ພົບ​ປະ​ນີ້​ແມ່ນ​ສັນ​ຍານ​ທີ່​ດີ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ສ. ເກົາຫຼີ - ຍີ່​ປຸ່ນ ທີ່​ເຄີຍ​ເຄັ່ງ​ຕຶງ​ຍ້ອນ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ກ່ຽວ​​ຂ້ອງເຖິງ​ການ​ຂັດ​ແຍ້ງ​ອະ​ທິ​ປະ​ໄຕ.


ຂ່າວ/ບົດ​ອື່ນ