ການນຳຫວຽດນາມອວຍພອນການນຳສະຫະພັນລັດເຊຍເນື່ອງໃນໂອກາດວັນໄຊຊະນະຟາດຊິດ

ການນຳຫວຽດນາມອວຍພອນການນຳສະຫະພັນລັດເຊຍເນື່ອງໃນໂອກາດວັນໄຊຊະນະຟາດຊິດ - ảnh 1
ພາບ​ປະ​ກອບ

(vovworld) – ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 70 ປີ​​ແຫ່ງ​ໄຊ​ຊະ​ນະ​ໃນ​ສົງ​ຄ​າມ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ທີ່​ຍິ່ງ​ໃຫຍ່, ວັນ​ທີ 9/5, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ຝາກ​ຈົດ​ໝາຍ​ເຖິງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ພັນ ລັດ​ເຊຍ Vladimir Putin, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ຝາກ​ຈົດ​ໝາຍ​ເຖິງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ຫະ​ພັນ​ລັດ​ເຊຍ Dmitri Medvedev. ໃນ​ຈົດ​ໝາຍອວຍ​ພອນ, ການ​ນຳ​ ຫວຽດ​ນາມ ຢັ້ງ​ຢືນ​ວ່າ: “ວັນ​ທີ 9/5 ໄດ້​ກ້າວ​ເຂົ້າ​ສູ່​ປະ​ຫ​ວັດ​ສາດ​ຂອງ​ມວນມະ​ນຸດ​ດ້ວຍ​ໄຊ​ຊະ​ນະ​ຍິ່ງ​ໃຫຍ່​ຂອງ​ທະ​ຫານ ແລະ ປະ​ຊາ​ຊົນ ໂຊວຽດ, ຢຸດ​ຕິ​ສົງ​ຄາມ​ໂລກ​ຄັ້ງ​ທີ 2, ນຳ​ມາ​ເຊິ່ງ​ພື້ນ​ຖານ​ສັນ​ຕິ​ພາບ​ໃຫ້​ແກ່​ມວນມະ​ນຸດ. ໂລກ​ຈົດ​ຈຳ ແລະ ຮູ້​ບຸນ​ຄຸນ​ການ​ເສຍ​ສະຫຼະ​ຊີ​ວິດ​ທີ່​ວິ​ລະ​ຊົນ, ການ​ຕໍ່​ສູ້​ຂອງ​ທະ​ຫານ ແລະ ປະ​ຊາ​ຊົນ ໂຊວຽດ ເພື່ອ​ສ້າງ​ໄຊ​ຊະ​ນະ​ປະ​ຫວັດ​ສາດ, ກູ້​ເອົາ​ມວນມະ​ນຸດ​ຫລຸດ​ພົ້ນ​ອອກ​ຈາກ​ການ​ທຳ​ລາຍ​ດັບ​ສູນຂອງ​ລັດ​ທິ ຟາດ​ຊິດ ຕະຫຼອດ​ໄປ. ໄຊ​ຊະ​ນະ​ຂອງ ໂຊວຽດ ແລະ ສ​ຳ​ພັນ​ທະ​ມິດ​ໄດ້​ເຮັດ​ໃຫ້​​ເກີດ​ຂະ​ບວນ​ການ​ປະ​ຕິ​ວັດ ແລະ ຂະ​ບ​ວນ​ການ​ປົດ​ປ່ອຍ​ຊາດຢ​ູ່ ອາ​ຊີ, ອາບ​ຟ​ຣີ​ກາ ແລະ ອາ​ເມ​ລິ​ກາ ລາ​ຕີນ.

      ປະ​ຊາ​ຊົນ ຫວຽດ​ນາມ, ດ້ວຍ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ, ຍາມ​ໃດ​ກໍ່​ຈົ​ດ​ຈຳ​ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່ຫຼວງ ເຊິ່ງ​ປະ​ຊາ​ຊົນ ໂຊວຽດ ກ່ອນນີ້ ແລະ ປະ​ຊາ​ຊົນ ລັດ​ເຊຍ ໃນ​ປະ​ຈຸ​ບັນ​ສະ​ຫງວນ​ໃຫ້​ແກ່ ຫວຽດ​ນາມ ໃນ​ຊຸມ​ເດືອນ​ປີ​ຕໍ່​ສູ້​ທີ່​ລຳ​ບາກ​ກາກ​ກຳ ຍາດ​ໄດ້​ເອ​ກະ​ລາດ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບກໍ່​ຄື​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ໃນ​ປະ​ຈຸ​ບັນ. ​”


ຂ່າວ/ບົດ​ອື່ນ