ການປະຊຸມຂ່າວສະຫຼຸບການປະຕິບັດລັດຖະທຳມະນູນປີ 1992 ຂອງລັດຖະບານ

ການປະຊຸມຂ່າວສະຫຼຸບການປະຕິບັດລັດຖະທຳມະນູນປີ 1992 ຂອງລັດຖະບານ - ảnh 1
ການປະຊຸມຂ່າວຂອງກະຊວງຍຸຕິທຳ
(ພາບ: Thanh Chung)

(vovworld) – ຕອນ​ບ່າຍ​ວັນ​ທີ 17/4, ກະຊວງ​ຍຸຕິ​ທຳ, ​ອົງການ​ປະຈຳການ​ຂອງ​ຄະນະ​ຊີ້​ນຳ​ສະຫຼຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ຂອງ​ລັດຖະບານ ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ປະກາດ​ໝາກຜົນ​ການ​ປະຕິບັດ​ລັດຖະທຳ​ມະນູນ ​ແລະ ບັນດາ​ໜ​້າທີ່​ປີ 2012 ຂອງ​ຄະນະ​ຊີ້​ນຳ. ທ່ານ Le Hong Son, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຍຸຕິ​ທຳ​ໃຫ້​ຮູ້​ວ່າ​: ຂອບ​​ເຂດ​ຂອງ​ການ​ສະຫຼຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ຂອງ​ລັດຖະບານ​​ແມ່ນຮອບດ້ານ​ພໍ​ສົມຄວນ, ລວບລວມທຸກບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ທີ່​ຕັ້ງ, ບົດບາດ, ພາລະໜ້າ​ທີ່, ສິດ​ຂອງ​ລັດຖະບານ. ​ໃນ​ນັ້ນ, ພົ້ນ​ເດັ່ນ​ແມ່ນ​ບາງ​ເນື້ອ​ໃນ​ຄື​ການ​ແບ່ງ​ສິດ​ອຳນາດ​ຂອງ​ລັດ, ສິ​ດ ​ແລະ ພັນທະ​ທີ່​​ເປັນພື້ນຖານ​ຂອງ​ພົນລະ​ເມືອງ, ກ່ຽວ​ກັບ​ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ ​ແລະ ​ເຕັກນິກການສ້າງ​ລັດຖະທຳ​ມະນູນ.​.​.​ ຕາມ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ Le Hong Son ​ແລ້ວ, ບັນດາ​ເນື້ອ​ໃນສະຫຼຸບ​ທີ່​ສຳຄັນ​ໃນ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ​​ແມ່ນໄດ້​ຮັບກຳນົດ​ຜ່ານ​ການ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ, ​ເຂັ້​ມງວ​ດ, ຮີບ​ດ່ວນ, ມີປະຊາຊທິປະ​​ໄຕ​ຂອງ ກະຊວງ, ​ອົງການ​ທຽບ​ເທົ່າ​ກະຊວງ ຂຶ້ນ​ກັບ​ລັດຖະບານ 30 ​ແຫ່ງ ​ແລະ 63 ທ້ອງ​ຖີ່​ນ. ຈາກ​ບົດ​ລາຍ​ງານ​ຂອງ​ແຕ່​ລະ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ ​ແລະ 22 ບົດ​ລາຍ​ງານ​ຫົວ​ເລື່ອງ​ສະ​ເພາະ, ລັດຖະບານ​ໄດ້​ຮຽບຮຽງ ​ແລະ ສົ່ງ​ບົດ​ລາຍ​ງານ​ສະຫຼຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ຂອງ​ລັດຖະບານ ​​ເຖິງ​ຄະນະ​ກຳມະການ​ຮຽບຮຽງ​ລັດຖະທຳ​ມະນູນ (ສະບັບ​ປັບປຸງ) ​ໃນ​ທ້າ​ຍ​ເດືອນ 2 ຜ່ານ​ມາ.

ຂ່າວ/ບົດ​ອື່ນ